ເລຂາທິການໃຫຍ່ສປຊຮຽກຮ້ອງຫຼີກເວັ້ນບໍ່ໃຫ້ເກີດສົງຄາມຢ່າງຮອບດ້ານຢູ່ລີບັງ

2024-10-03 11:48:38 CRI


    ວັນທີ 2 ຕຸລານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດກອງປະຊຸມສຸກເສີນເພື່ອຫາລືສະຖານະການເຂດຕາເວັນອອກກາງ. ທ່ານອັນໂຕນີໂອ ກູເຕີເຣັດ ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວວ່າສະຖານະການລີບັງໜ້າເປັນຫ່ວງຫຼາຍ, ມີຄວາມຈຳເປັນຕ້ອງຫຼີກເວັ້ນບໍ່ໃຫ້ເກີດສົງຄາມຢ່າງຮອບດ້ານຢູ່ຫັ້ນ,ຖ້າບໍ່ດັ່ງນັ້ນຈະເກີດມີຜົນຮ້າຍທີ່ເລິກເຊິ່ງຍາວໄກ ແລະ ລັກສະນະລ້າງຜານ.


    ທ່ານກູເຕີເຣັດ “ກ່າວປະນາມຢ່າງຮຸນແຮງ” ຕໍ່ອີຣານທີ່ໂຈມຕີອິສຣາແອນຢ່າງຂະໜາດໃຫຍ່ດ້ວຍລູກສອນໄຟນຳວິຖີໃນວັນທີ 1 ຕຸລານີ້. ທ່ານກ່າວວ່າ: ການໂຈມຕີເຫຼົ່ານີ້ບໍ່ມີຜົນດີຕໍ່ພາລະກິດຂອງປະຊາຊົນປາເລັດສະຕິນ ຫຼື ບັນເທົາຄວາມທຸກຍາກຂອງເຂົາເຈົ້າ.



    ທ່ານກູເຕີເຣັດເນັ້ນໜັກວ່າ: ສະພາບການໃນຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ,ໄດ້ຮອດເວລາທີ່ຍຸດຕິການເຄື່ອນໄຫວເປັນປໍລະປັກກັນຢູ່ລີບັງ,ໃຊ້ມາດຕະການຢ່າງແທ້ຈິງເພື່ອປະຕິບັດມະຕິເລກທີ 1559 ແລະ ເລກທີ1701 ຂອງສະພາຄວາໝັ້ນຄົງຢ່າງຮອບດ້ານ, ພ້ອມທັງປູທາງໃຫ້ຄວາມພະຍາຍາມທາງການທູດເພື່ອບັນລຸສັນຕິພາບຖາວອນແລ້ວ.ພ້ອມກັນນັ້ນ,ທ່ານຍັງຮຽກຮ້ອງໃຫ້ຢຸດຍິງຢູ່ເຂດກາຊາໃນທັນທີ,ປ່ອຍຜູ້ຖືກກັກຂັງທັງໝົດດຍບໍ່ມີເງື່ອນໄຂໃດໆໃນທັນທີ,ສະໜອງການຊ່ວຍເຫຼືອມະນຸດສະທຳທີ່ມີປະສິດທີຜົນໃຫ້ແກ່ຊາວປາເລັັດສະຕິນທີ່ຢູ່ເຂດກາຊາ,ແລະຊຸກຍູ້ “ແຜນການສອງປະເທດ” ຢ່າງບໍ່ສາມາດຕ່າວປີ້ນຄືນໄດ້.