ງານສິລະປະວັດທະນະທໍາປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 12 ຈັດຂຶ້ນຢູ່ເມືອງຊຽງຮຸ່ງແຂວງຢຸນນານຈີນ

2024-10-04 11:03:41 CRI

 

   ຕອບຄໍ່າວັນທີ 1 ຕຸລານີ້, ງານສິລະປະວັດທະນະທໍາປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 12 ໄດ້ຈັດຂຶ້ນຢູ່ເມືອງຊຽງຮຸ່ງກິ່ງແຂວງສິບສອງພັ່ນນາ ແຂວງຢຸນນານຂອງຈີນ. ສິລະປິນ 300 ກວ່າຄົນຈາກຈີນ, ລາວ, ມຽນມາ, ໄທ, ກໍາປູເຈຍ, ຫວຽດນາມ ແລະອື່ນໆໄດ້ເຕົ້າໂຮມກັນຢູ່ກິ່ງແຂວງສິບສອງພັ່ນນາ ເພື່ອດໍາເນີນການແລກປ່ຽນທາງດ້ານສິລະປະວັດທະນະທໍາ ແລະ ເປິກສາຫາລືການຮ່ວມມືໃນຫຼາຍຂົງເຂດ.

   ງານສິລະປະວັດທະນະທໍາປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 12 ໄດ້ຈັດກິດຈະກໍາຕ່າງໆ ເຊັ່ນ: ງານລາຕີສິລະປະວັນນະຄະດີໃນພິທີໄຂງານ, ຖະໜົນປະດິດສ້າງດ້ານມໍລະດົກວັດທະນະທໍານາມມະທໍາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເປັນຕົ້ນ, ນອກນັ້ນຍັງຈະຈັດກອງປະຊຸມສໍາມະນາດ້ານສິລະປະ 2 ຄັ້ງ, ການລະແດງໃນຫົວຂໍ້ສະເພາະ 4 ຄັ້ງ ແລະ ວາງສະແດງຜົນງານດ້ານສິລະປະຫຼາຍກວ່າ 4.000 ອັນນໍາອີກ.