ພົນລະເມືອງຈີນ 146 ຄົນອົບພະຍົບອອກລີບັງດ້ວຍຄວາມປອດໄພ

2024-10-05 10:33:35 CRI

   ວັນທີ 2 ຕຸລານີ້, ພົນລະເມືອງຈີນ 146 ຄົນພ້ອມດ້ວຍຄອບຄົວສັນຊາດຕ່າງປະເທດ 5 ຄົນໄດ້ຂີ່ຍົນເໝົາລໍາຂອງສາຍການບິນສາກົນຈີນເດີນທາງເຖິງນະຄອນຫຼວງປັກກິ່ງດ້ວຍຄວາມປອດໄພ. ປັດຈຸບັນ, ພົນລະເມືອງຈີນຢູ່ລີບັງທີ່ມີຄວາມປາດຖະໜາອົບພະຍົບອອກຈາກລີບັງນັ້ນລ້ວນແຕ່ໄດ້ອອກຈາກລີບັງດ້ວຍຄວາມປອດໄພແລ້ວ.

   ການອົບພະຍົບພົນລະເມືອງຈີນອອກຈາກລີບັງເທື່ອນີ້ໄດ້ແບ່ງອອກເປັນ 2 ງວດ, ເນື່ອງຈາກວ່າຖ້ຽວບິນໄດ້ຮັບຜົນກະທົບ, ຄົນງວດທໍາອິດຈຶ່ງໄດ້ອົບພະຍົບອອກຈາກລີບັງຜ່ານທາງກໍາປັ່ນ. ພາຍຫຼັງຜ່ານການປະສານງານຂອງເຈົ້າໜ້າທີ່ການທູດ, ຄົນງວດທີສອງຈຶ່ງໄດ້ອອກຈາກລີບັງດ້ວຍຍົນເໝົາລໍາ.

   ສໍາລັບຄົນງວດທໍາອິດທີ່ອົບພະຍົບອອກຈາກລີບັງດ້ວຍກໍາປັ່ນແມ່ນໄດ້ຂີ່ກໍາປັ່ນ “ຊິ່ນເຊ້ຍເໝີນ”, ພາຍຫຼັງໄດ້ຮັບແຈ້ງການໃນເວລາ 2 ໂມງຂອງວັນທີ 30 ກັນຍາຜ່ານມາແລ້ວ, ກໍາປັ່ນລໍາດັ່ງກ່າວໄດ້ເດີນທາງຈາກຕູຣາເຄຍມຸ່ງໜ້າໄປສູ່ລີບັງຢ່າງຮີບດ່ວນ ແລະ ໄດ້ຂົນສົ່ງພົນລະເມືອງຈີນພ້ອມດ້ວຍຄອບຄົວສັນຊາດຕ່າງປະເທດອອກຈາກລີບັງດ້ວຍຄວາມປອດໄພພາຍໃນເວລາ 40 ຊົ່ວໂມງ.