ກໍາປັ່ນ 2 ລໍາຂອງກອງທັບເຮືອຈີນເດີນທາງໄປຢ້ຽມຢາມມາເລເຊຍ

2024-10-06 11:10:41 CRI

 

   ອີງຕາມແຜນການຮ່ວມມືດ້ານການທະຫານສາກົນປະຈໍາປີ, ຕອນເຊົ້າຂອງວັນທີ 5 ຕຸລານີ້, ກໍາປັ່ນຊີຈີ້ກວ່າງ ແລະ ກໍາປັ່ນຈິງກ່າງຊານທີ່ພວມປະຕິບັດໜ້າທີ່ຝຶກງານ ແລະ ຢ້ຽມຢາມຢູ່ທະເລໄກຂອງນັກສຶກສາມະຫາວິທະຍາໄລວິສະວະກໍາກອງທັບເຮືອກອງທັບປົດປ່ອຍປະຊາຊົນຈີນ ໄດ້ເດີນທາງເຖິງທ່າກໍາປັ່ນປີນັງຂອງມາເລເຊຍເຊິ່ງເປັນບ່ອນທໍາອິດຂອງການຢ້ຽມຢາມເທື່ອນີ້ ແລະ ເລີ່ມຢ້ຽມຢາມສັນຖະວະໄມຕີປະເທດມາເລເຊຍເປັນເວລາ 3 ວັນ.

   ຕາມຂ່າວແຈ້ງໃຫ້ຮູ້ວ່າ: ໃນໄລຍະຢ້ຽມຢາມ, ໜ່ວຍກໍາປັ່ນຈີນຈະມີການເຄື່ອນໄຫວຕ່າງໆ ເຊັ່ນ: ການພົບປະສອງຝ່າຍ, ການເປີດເຂົ້າຊົມກໍາປັ່ນ, ງານລ້ຽງຮັບຮອງຢູ່ເທິງກໍາປັ່ນ, ການແລກປ່ຽນດ້ານວິຊາການ ເປັນຕົ້ນ, ເພື່ອເພີ່ມທະວີການແລກປ່ຽນ, ການຮ່ວມມື ແລະ ຄວາມໄວ້ເນື້ອເຊື່ອໃຈກັນກັບກອງທັບເຮືອຂອງປະເທດທີ່ໄປຢ້ຽມຢາມ, ປະກອບສ່ວນອັນຕັ້ງໜ້າເຂົ້າໃນການຮັບໃຊ້ການສ້າງປະຊາຄົມຮ່ວມຊາຕາກໍາທາງທະເລ.