“ຈີນໄດ້ກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມທັນສະໄໝແບບຈີນ ທີ່ບໍ່ເຄີຍມີມາກ່ອນ”. ເນື່ອງໃນໂອກາດວັນສະຖາປະນາ ສປ ຈີນຄົບຮອບ 75 ປີ, ບຸກຄົນສາກົນໄດ້ທະຍອຍກັນກ່າວຄວາມດັ່ງກ່າວດ້ວຍຄວາມຖອນຫາຍໃຈ. ຕະຫຼອດໄລຍະ 75 ປີຜ່ານມາ, ປະເທດຈີນທີ່ເຄີຍຕົກທຸກໄດ້ຍາກ ໄດ້ຈາກໄລຍະ “ຫຼ້າຫຼັງຍຸກສະໄໝ” ເຖິງໄລຍະ “ໄປທັນກັບຍຸກສະໄໝ” ແລະ “ນຳພາຍຸກສະໄໝ”, ຈີນໄດ້ສ້າງຄວາມອັດສະຈັນສອງຢ່າງຄື: ເສດຖະກິດພັດທະນາຢ່າງວ່ອງໄວ ແລະ ສັງຄົມຮັກສາຄວາມໝັ້ນຄົງເປັນໄລຍະຍາວນານ ເຊິ່ງໄດ້ເຮັດໃຫ້ໂລກຮູ້ສຶກເຫຼືອເຊື່ອຫຼາຍ.
ຕະຫຼອດໄລຍະ 75 ປີຜ່ານມາ, ຄວາມທັນສະໄໝແບບຈີນໄດ້ຊຸກຍູ້ການພັດທະນາຂອງຈີນ ທັງໄດ້ປະກອບສ່ວນຢ່າງຕັ້ງໜ້າ ເພື່ອສັນຕິພາບ ແລະ ການພັດທະນາຂອງໂລກ ກໍຄືຄວາມກ້າວໜ້າຂອງມວນມະນຸດ.
ໂອກາດ ກ່ອນອື່ນແມ່ນມາຈາກແນວຄວາມຄິດແຫ່ງ “ສັນຕິພາບ”. ຄວາມທັນສະໄໝແບບຈີນແມ່ນຄວາມທັນສະໄໝທີ່ເດີມຕາມເສັ້ນທາງພັດທະນາໂດຍສັນຕິ. ການຊຸກຍູ້ຄວາມທັນສະໄໝແບບຈີນກໍຈະໄດ້ຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຂອງໂລກຢ່າງແຂງແຮງ. ປັດຈຸບັນ, ຈີນເປັນປະເທດໃຫຍ່ພຽງໜຶ່ງດຽວໃນໂລກ ທີ່ໄດ້ບັນຈຸການພັດທະນາໂດຍສັນຕິເຂົ້າໃນລັດຖະທຳມະນູນຂອງຕົນ ແລະ ກໍແມ່ນປະເທດດຽວໃນ 5 ປະເທດທີ່ມີກຳລັງອາວຸດນິວເຄລຍ ທີ່ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະບໍ່ໃຊ້ອາວຸດນິວເຄລຍກ່ອນໝູ່.
ໂອກາດ ຍັງໄດ້ມາຈາກຄວາມທັນສະໄໝແບບຈີນທີ່ໄດ້ຊຸກຍູ້ໃຫ້ບັນດາປະເທດໃນໂລກພັດທະນາຮ່ວມກັນຢ່າງແຂງແຮງ. ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນໄດ້ສະເໜີອອກມາວ່າ: ຈີນຈະປັບປຸງລະບຽບການ ແລະ ກົນໄກເປີດປະຕູສູ່ພາຍນອກໃຫ້ມີລະດັບສູງກວ່າເກົ່າ ເຊິ່ງຈະສ້າງພື້ນທີ່ຂອງການຮ່ວມມືອັນກວ້າງຂວາງກວ່າເກົ່າໃຫ້ແກ່ໂລກ.
ດັ່ງຄຳເວົ້າຂອງນັກວິເຄາະສາກົນທີ່ໄດ້ກ່າວມາວ່າ: ຄວາມທັນສະໄໝແບບຈີນເປັນຂະບວນການປະດິດສ້າງ ແລະ ແບ່ງປັນໂອກາດ. 75 ປີໄດ້ຜ່ານພົ້ນໄປແລ້ວ, ການເວລາຍັງຈະສືບຕໍ່ພິສູດໃຫ້ເຫັນວ່າ: ຈີນບໍ່ແມ່ນສ້າງຄວາມທັນສະໄໝທີ່ຄຳນຶງພຽງແຕ່ສ່ວນໄດ້ສ່ວນເສຍຂອງຕົນເທົ່ານັ້ນ, ຫາກແມ່ນຍິນດີຮ່ວມກັບປະເທດຕ່າງໆ ສ້າງຄວາມທັນສະໄໝຂອງໂລກ ທີ່ມີສັນຕິພາບ, ພັດທະນາ, ຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຈະເລີນຮຸ່ງເຮືອງຮ່ວມກັນ.