ຈຳນວນນັກທ່ອງທ່ຽວຈີນເພີ່ມຂຶ້ນຢ່າງຫຼວງຫຼາຍເຮັດໃຫ້ຜູ້ປະກອບການທ່ອງທ່ຽວຂອງກຳປູເຈຍມີຄວາມໝັ້ນໃຈເພີ່ມຂຶ້ນ

2024-10-06 10:26:47 cri


ກະຊວງການທ່ອງທ່ຽວກຳປູເຈຍເປີດເຜີຍບົດລາຍງານວ່າ, ໃນ 8 ເດືອນຂອງປີ 2024, ກຳປູເຈຍໄດ້ຕ້ອນຮັບນັກທ່ອງທ່ຽວຈີນບັນລຸເຖິງ 538.000 ເທື່ອຄົນ, ໄດ້ເພີ່ມຂຶ້ນ 48% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຈີນແມ່ນປະເທດແຫຼ່ງນັກທ່ອງທ່ຽວສາກົນໃຫຍ່ອັນດັບ 3 ຂອງກຳປູເຈຍ.

ນັກທ່ອງທ່ຽວຈີນທີ່ເດີນທາງໄປທ່ຽວກຳປູເຈຍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເຊິ່ງເຮັດໃຫ້ຜູ້ປະກອບການທ່ອງທ່ຽວກຳປູເຈຍມີຄວາມໝັ້ນໃຈຄືນຄືເກົ່າ. ຜູ້ຮັບຜິດຊອບບໍລິສັດທ່ອງທ່ຽວແຫ່ງໜຶ່ງຂອງນະຄອນຫຼວງພະນົມເປັນໃຫ້ຮູ້ວ່າ: ນັກທ່ອງທ່ຽວຈີນມີກຳລັງຊື້ທີ່ເຂັ້ມແຂງຫຼາຍ, ໄດ້ຮັບຄວາມນິຍົມຊົມຊອບຫຼາຍຈາກຝ່າຍທີ່ມີຜົນປະໂຫຍດກ່ຽວຂ້ອງຢູ່ທ້ອງຖິ່ນລວມທັງຂະແໜງການກິນດື່ມ, ໂຮງແຮມ, ການຄົມມະນາຄົມ, ການບັນເທີງ, ຮ້ານຄ້າ ແລະອື່ນໆ.”

ເລີ່ມແຕ່ຕົ້ນເດືອນຕຸລານີ້ຈົນຮອດທ້າຍປີນີ້, ກຳປູເຈຍຍັງຈະຈັດງານວາງສະແດງອາຫານ ກຳປູເຈຍ-ຈີນ, ງານວາງສະແດງການທ່ອງທ່ຽວກຳປູເຈຍ-ຈີນ ແລະກິດຈະກຳສຳຄັນຕ່າງໆ, ເພື່ອຊຸກຍູ້ໃຫ້ນັກທ່ອງທ່ຽວສອງປະເທດໄປທ່ຽວປະເທດຂອງກັນແລະກັນ.