ປະທານາທິບໍດີນາມິບີ: ປະເທດຕາເວັນຕົກເວົ້າວ່າປະເທດຈີນເປັນ “ອິດທິກຳລັງລ່າເມືອງຂຶ້ນແບບໃໝ່” ແມ່ນເປັນຍ້ອນອິດສາຈີນ

2024-10-08 10:22:41 cri

ຫວ່າງມໍ່ໆມານີ້, ທ່ານນັນໂກໂລ ມູບຳບາ ປະທານາທິບໍດີ ສ.ນາມິບີທີ່ເດີນທາງໄປນະຄອນຫຼວງປັກກິ່ງຂອງຈີນເພື່ອເຂົ້າຮ່ວມກອງປະຊຸມສຸດຍອດປັກກິ່ງຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາທີ່ປັກກິ່ງໄດ້ໃຫ້ສຳພາດຕໍ່ນັກຂ່າວຂອງວິທະຍຸໂທລະພາບສູນກາງຈີນຫຼື CMG.

ໃນເວລາເວົ້າເຖິງນັກວິຊາການ ແລະ ນັກວິເຄາະຈຳນວນໜຶ່ງຂອງປະເທດຕາເວັນຕົກເວົ້າວ່າປະເທດຈີນເປັນ “ອິດທິກຳລັງລ່າເມືອງຂຶ້ນແບບໃໝ່”, ທ່ານມູບຳບາກ່າວວ່າ: ຜູ້ຄົນເຫຼົ່ານີ້ໄດ້ລືມປະຫວັດສາດການຕໍ່ຕ້ານລັດທິຈັກຈະພັດ ແລະ ລັດທິລ່າເມືອງຂຶ້ນທີ່ນາມິບີ ແລະຈີນເຄີຍມີມາເຊັ່ນກັນ, ກໍຄືປະຫວັດການຕໍ່ສູ້ເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ. ເຂົາເຈົ້າອິດສາປະເທດຈີນທີ່ສາມາດໄດ້ຮັບຜົນສຳເລັດທີ່ສະຫງ່າລາສີແບບນີ້ພາຍໃນເວລາສັ້ນໆ, ເຮັດໃຫ້ປະຊາຊົນຈີນຫຼາຍຮ້ອຍລ້ານຄົນພົ້ນອອກຈາກຄວາມທຸກຍາກ ແລະຄວາມອຶດຫິວ, ສາມາດມີການພັດທະນາເທົ່າທຽມກັນກັບປະເທດທີ່ພັດທະນາແລ້ວ.