ປະຊາຊົນຈີນ 215 ຄົນອົບພະຍົບອອກຈາກລີບັງດ້ວຍຄວາມປອດໄພ

2024-10-09 14:20:01 cri

ວັນທີ 8 ຕຸລານີ້, ນັກຂ່າວໄດ້ຮັບຂໍ້ມູນຈາກກະຊວງການຕ່າງປະເທດຈີນວ່າ: ຈີນໄດ້ອົບພະຍົບປະຊາຊົນຈີນ 2 ງວດມີຈຳນວນທັງໝົດ 215 ຄົນອອກຈາກລີບັງຢ່າງປອດໄພດ້ວຍກຳປັ່ນ ແລະຍົນແບບເຊົ່າເໝົາລຳ, ໃນນັ້ນມີປະຊາຊົນເຂດບໍລິຫານພິເສດຮົງກົງ 3 ຄົນ ແລະພີ່ນ້ອງຮ່ວມຊາດໄຕ້ຫວັນ 1 ຄົນ.

 

ທ່ານນາງມາວນີງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ປັດຈຸບັນນີ້, ສະຖານະການລະຫວ່າງລີບັງ-ອິດສະຣາແອນຍັງມີຄວາມສັບສົນ ແລະເຄັ່ງຕຶງ, ສະຖານທູດຈີນປະຈຳລີບັງຍັງປະຕິບັດໜ້າທີ່ຢູ່ລີບັງ, ໂດຍໄດ້ສືບຕໍໍ່ຊີ້ນຳ ແລະຊ່ວຍເຫຼືອປະຊາຊົນຈີນຈຳນວນໜຶ່ງທີ່ອາໄສຢູ່ທີ່ນັ້ນໃຫ້ໃຊ້ມາດຕະການທີ່ຈຳເປັນເພື່ອຮັກສາຄວາມປອດໄພຂອງຕົນ.