ກອງປະຊຸມຄັ້ງທີ 57 ຂອງສະພາສິດທິມະນຸດອົງການສະຫະປະຊາຊາດໄດ້ດຳເນີນມາປັນເວລາເດືອນປາຍແລ້ວ, ໃນນີ້ມີຮ້ອຍກວ່າປະເທດໄດ້ໃຊ້ຮູບແບບຕ່າງໆ ເຊິ່ງລວມທັງ ການປະກອບຄຳເຫັນຮ່ວມກັນ, ປະກອບຄຳເຫັນດ້ວຍປະເທດດຽວ ແລະຮູບແບບອື່ນໆ ເພື່ອສະໜັບສະໜູນຫຼັກໝັ້ນຂອງຈີນ, ປະເທດເຫຼົ່ານີ້ໄດ້ກ່າວເນັ້ນວ່າ ວຽກງານຊິ່ນຈ່ຽງ ຮົງກົງ ແລະ ຕິເບດເປັນວຽກງານພາຍໃນຂອງຈີນ, ຄັດຄ້ານການແຊກແຊງຈາກອາເມຣິກາ. ນີ້ໄດ້ສະແດງໃຫ້ເຫັນຢ່າງເຕັມສ່ວນວ່າ, ການກະທຳຂອງປະເທດຕາເວັນຕົກຈຳນວນໜ້ອຍ ເຊິ່ງລວມທັງອາເມຣິກາທີ່ຫັນບັນຫາສິດທິມະນຸດເປັນບັນຫາການເມືອງແມ່ນບໍ່ສອດຄ່ອງກັບຈິດໃຈຂອງຊາວໂລກ.
ເພື່ອແຊກແຊງວຽກງານພາຍໃນຂອງປະເທດອື່ນ, ອາເມຣິກາໄດ້ປັ້ນແຕ່ງ “ຂໍ້ກ່າວຫາດ້ານສິດທິມະນຸດ” ກ່ອນ. ພ້ອມກັນນັ້ນ, ອາເມຣິກາຍັງໄດ້ປັ້ນແຕ່ງບົດລາຍງານທີ່ກ່ຽວຂ້ອງເພື່ອໃສ່ຮ້າຍປ້າຍສີ ແລະ ໃຊ້ຄວາມກົດດັນຕໍ່ປະເທດອື່ນ. ນອກນັ້ນ, ການນຳໃຊ້ກົດໝາຍພາຍໃນປະເທດຕົນເພື່ອ “ຍື່ນມືເຂົ້າໄປແຊກແຊງ”, ນີ້ກໍເປັນວິທີສຳຄັນຢ່າງໜຶ່ງຂອງອາເມຣິກາ.
ນອກຈາກລັດຖະບານ ແລະສື່ມວນຊົນແລ້ວ, ໃນ “ສົງຄາມສິດທິມະນຸດ” ຕໍ່ ຕ່າງປະເທດຂອງອາເມຣິກາຍັງມີອີກຕົວລະຄອນທີ່ສຳຄັນ ຄື ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຫຼື NGO. NGO ຈຳນວນໜຶ່ງຂອງອາເມຣິກາໄດ້ໃຊ້ຂໍ້ອ້າງທີ່ວ່າ “ປະຊາທິປະໄຕ” ແລະ “ສິດທິມະນຸດ”, ແຕ່ໃນຄວາມຈິງແລ້ວແມ່ນປຸກປັ່ນ ຄວາມແບ່ງແຍກກໍ່ຈະລາຈົນ ວາງແຜນສ້າງວິກິດການການເມືອງ ເສກສັນປັ້ນແຕ້ງຫວ່ານຖ້ອຍຄຳຫຼອກລວງ ແລະ ປ່ອຍຂ່າວລື, ແຊກຊຶມດ້ວຍຄ່ານິຍົມຂອງປະເທດຕາເວັນຕົກຢູ່ແຫ່ງຕ່າງໆຂອງໂລກ.
ອາເມຣິກາຍັງໄດ້ເດ່ “ມືມືດແຫ່ງສິດທິມະນຸດ” ໄປສູ່ກົນໄກຫຼາຍຝ່າຍ. ອົງການສະຫະປະຊາຊາດເປັນເວທີໃຈກາງທີ່ປະຕິບັດລັດທິຫຼາຍຝ່າຍ, ຫົວຂໍ້ເປິກສາຫາລືໄດ້ພົວພັນເຖິງຂົງເຂດສຳຄັນຕ່າງໆ ເຊິ່ງລວມທັງສັນຕິພາບ ຄວາມໝັ້ນຄົງ ແລະ ສິດທິມະນຸດ, ແຕ່ຖືກອາເມຣິກາຖືເປັນເວທີຕົ້ນຕໍທີ່ກໍ່ “ສົງຄາມສິດທິມະນຸດ”ກັບພາຍນອກ.
ປັດຈຸບັນນີ້, ປະຊາຄົມໂລກມີຄວາມເຫັນໂດຍທົ່ວໄປວ່າ, ເສັ້ນທາງພັດທະນາສິດທິມະນຸດຂອງປະເທດຕ່າງໆຕ້ອງຕັດສິນຕາມສະພາບຕົວຈິງ ແລະ ຄວາມປາດຖະໜາຂອງປະຊາຊົນປະເທດຕົນ, ໃນການເປິກສາຫາລືບັນຫາສິດທິມະນຸດຄວນຍຶດໝັ້ນລັດທິຫຼາຍຝ່າຍ. ສະພາບສິດທິມະນຸດຢູ່ພາຍໃນປະເທດອາເມຣິກາແມ່ນຊົ່ວຮ້າຍທີ່ສຸດ, ແຕ່ຍັງຕັ້ງຕົນເປັນ “ຜູ້ພິພາກສາດ້ານສິດທິມະນຸດ”, ເຊິ່ງບໍ່ພຽງແຕ່ໄດ້ເປີດເຜີຍສອງມາດຕະຖານຂອງອາເມຣິກາເອງເທົ່ານັ້ນ, ແຕ່ຍັງໄດ້ທຳລາຍພື້ນຖານວຽກງານສິດທິມະນຸດຂອງທົ່ວໂລກຢ່າງໜັກໜ່ວງອີກດ້ວຍ. ການກະທຳທີ່ຝືນກະແສຂອງປະຫວັດສາດແບບນີ້, ພຽງແຕ່ຈະເຮັດໃຫ້ປະເທດອື່ນຄັດຄ້ານຢ່າງຮຸນແຮງ,ແລະເຮັດໃຫ້ມະຫາອຳນາດແບບອາເມຣິກາເລັ່ງຊຸດໂຊມລົງເທົ່ານັ້ນ.