ພູບໍ່ແຮ່ທີ່ບໍ່ໄດ້ໃຊ້ການ ກາຍເປັນອ່າງເງິນອ່າງຄຳ

2024-10-11 16:39:09 cri

 

 

    ພູລິງຊ່ານທີ່ຕັ້ງຢູ່ແຂວງຈ່ຽງຊີ່ຂອງຈີນ ມີພູມສັນຖານຫີນແກຣນິດທີ່ຫາຍາກໃນທົ່ວໂລກ. ຕາແສງວ້າງຊ່ຽນຕັ້ງຢູ່ພາກເໜືອຂອງພູລິງຊ່ານ, ຍ້ອນວ່າມີຫີນແກຣນິດທີ່ອຸດົມສົມບູນຈຶ່ງຖືກຂະໜາມນາມວ່າ ບ້ານແຫ່ງບໍ່ຫີນ. ນັບແຕ່ປີ 1998 ເປັນຕົ້ນມາ, ທ້ອງຖິ່ນດັ່ງກ່າວໄດ້ຂຸດຄົ້ນ ແລະ ປຸງແຕ່ງຫີນ, ໃນໄລຍະປະລິມານຂຸດຄົ້ນຫຼາຍທີ່ສຸດ ມີຈຸດຂຸດຄົ້ນ 120 ກວ່າແຫ່ງ ແລະ ຈຸດປຸງແຕ່ງຫີນແກຣນິດ 270 ແຫ່ງ, ມີປະຊາຊົນເກືອບໝື່ນຄົນດໍາລົງຊີວິດໂດຍອາໄສບໍ່ຫີນ. ຕາແສງວ້າງຊ່ຽນ ກໍໄດ້ກາຍເປັນສູນການຜະລິດຫີນແກຣນິດທີ່ມີຊື່ສຽງຢູ່ແຂວງຈ່ຽງຊີ່.



    ຍ້ອນວ່າເຕັກນິກໃນໄລຍະນັ້ນຫຼ້າສະໄໝ, ບວກກັບມີບໍລິສັດປຸງແຕ່ງຫີນຈໍານວນໜຶ່ງລະບາຍນໍ້າປົນເປື້ອນ ແລະ ຖິ້ມເສດຈາກບໍ່ຫີນຕາມລຳພັງໃຈ, ເຮັດໃຫ້ສະພາບແວດລ້ອມທຳມະຊາດຂອງຕາແສງວ້າງຊ່ຽນຊຸດໂຊມລົງຢ່າງຊັດເຈນ. ຄຽງຄູ່ກັບສະພາບແວດລ້ອມຊຸດໂຊມລົງຢ່າງຕໍ່ເນື່ອງ, ປະຊາຊົນທ້ອງຖິ່ນທີ່ອາໄສບໍ່ຫີນໃນການດໍາລົງຊີວິດໄດ້ໄປຊອກວຽກເຮັດງານທຳ ຫຼື ຍົກຍ້າຍໄປຕ່າງຖິ່ນນັບມື້ນັບຫຼາຍຂຶ້ນ, ຕາແສງວ້າງຊ່ຽນກາຍເປັນບ້ານເປົ່າຫວ່າງ.



    ເພື່ອປ່ຽນແປງສະພາບແບບນີ້, ອົງການປົກຄອງທ້ອງຖິ່ນໄດ້ຕັດສິນໃຈລະດົມທຶນສັງຄົມ, ວາງແຜນຜັງເນື້ອທີິ່ດິນ 610 ເຮັກຕາຢູ່ຕາແສງວ້າງຊ່ຽນຢ່າງເປັນເອກະພາບກັນ, ເຮັດໃຫ້ຊັບພະຍາກອນທຳມະຊາດທີ່ກະແຈກກະຈາຍນັ້ນເຕົ້າໂຮມກັນ, ອາໄສພູມສັນຖານທີີ່ມີເອກະລັກພິເສດ, ອອກແຮງພັດທະນາຮູບແບບການພັດທະນາທີ່ຟື້ນຟູລະບົບນິເວດ+ການທ່ອງທ່ຽວວັດທະນະທຳ.



    ທ້ອງຖິ່ນດັ່ງກ່າວໄດ້ບົວລະບັດຢ່າງຮອບດ້ານຕໍ່ພູທີ່ຖືກທຳລາຍ ດ້ວຍຮູບແບບຕ່າງໆ ເຊັ່ນ: ຖົມດິນໃສ່ຂຸມຢູ່ເທິງພູ, ສ້າງເຂື່ອນ, ອະນຸລັກແຫຼ່ງນ້ຳ, ປູກຕົ້ນໄມ້ ແລະອື່ນໆ. ຜ່ານການບົວລະບັດຮັກສາ ແລະ ຟື້ນຟູລະບົບນິເວດເປັນເວລາ 10 ກວ່າປີ, ຕາແສງວ້າງຊ່ຽນມີທ້ອງຟ້າສົດໃສກວ່າເກົ່າ, ນ້ຳສະອາດກວ່າເກົ່າ ແລະ ພູຂຽວກວ່າເກົ່າ, ສະພາບແວດລ້ອມທຳມະຊາດໄດ້ຮັບການປັບປຸງດີຂຶ້ນຢ່າງມີປະສິດທິຜົນ. ປັດຈຸບັນນີ້, ຕາແສງວ້າງຊ່ຽນມີບ້ານພັກທີ່ມີເອກະລັກພິເສດ ແລະ ຂະແໜງການທ່ອງທ່ຽວ ເຊິ່ງໄດ້ນໍາພາຊາວບ້ານກັບເມືອບ້ານເກີດເມືອງນອນ ເພື່ອປະກອບອາຊີບ ແລະ ຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນ.



    ຢູ່ເຂດອ້ອມແອ້ມຕາແສງວ້າງຊ່ຽນ ໄດ້ພັດທະນາກະສິກຳແບບໃໝ່ ຄື: ຣິສອດ, ນິຄົມກະເສດແບບພັກຜ່ອນຢ່ອນອາລົມ, ສວນສຳຜັດກະສິກຳ ແລະ ຮ້ານອາຫານພື້ນບ້ານເປັນຕົ້ນ. ແຫຼ່ງທ່ອງທ່ຽວຢູ່ຕາແສງວ້າງຊ່ຽນ ຄື: ຮ່ອມພູວ້າງຊ່ຽນໄດ້ຕ້ອນຮັບນັກທ່ອງທ່ຽວສະເລ່ຍຕໍ່ປີຫຼາຍກວ່າ 1 ລ້ານ 8 ແສນເທື່ອຄົນ, ລາຍຮັບລວມຫຼາຍກວ່າ 250 ຕື້ຢວນ. ບ້ານຕ່າງໆທີ່ມໍ່ກັບແຫຼ່ງທ່ອງທ່ຽວນັ້ນ ໄດ້ເປີດເຮືອນພັກທີ່ມີເອກະລັກຂອງໃຜຂອງລາວ, ຈຳນວນເຮືອນພັກຈາກບໍ່ເທົ່າໃດແຫ່ງໃນເມື່ອກ່ອນເພີ່ມຂຶ້ນຮອດ 700 ກວ່າແຫ່ງໃນປັດຈຸບັນ ເຊິ່ງໄດ້ສ້າງລາຍຮັບ ແລະ ຄວາມຮັ່ງມີໃຫ້ແກ່ຊາວບ້ານທີ່ຢູ່ອ້ອມແອ້ມ.

   ຕາແສງວ້າງຊ່ຽນຈາກເຂດພູທີ່ຖືກທຳລາຍກາຍເປັນເຂດພູເງິນພູຄຳ, ໄດ້ບັນລຸການເຮັດໃຫ້ລະບົບນິເວດສວຍງາມ ແລະ ເສດຖະກິດສີຂຽວເຊື່ອມໂຍງເຂົ້າກັນໃນຂະບວນການຟື້ນຟູພູບໍ່ແຮ່ໃຫ້ເປັນພູຂຽວ.