WTO: ການຄ້າສິນຄ້າທາງວັດຖຸທົ່ວໂລກໃນປີ 2024 ຈະເພີ່ມຂຶ້ນ 2,7%

2024-10-11 15:09:26 cri

 

ວັນທີ 10 ຕຸລານີ້, ອົງການການຄ້າໂລກຫຼື WTO ໄດ້ປະກາດບົດລາຍງານໂດຍຄາດຄະເນວ່າປະລິມານການຄ້າສິນຄ້າທາງວັດຖຸທົ່ວໂລກໃນປີ 2024 ຈະເພີ່ມຂຶ້ນ 2,7%, ສູງກວ່າ 2,6% ເຊິ່ງເປັນຕົວເລກຄາດຄະເນໄປກ່ອນໜ້ານີ້.

 

ບົດລາຍງານສະແດງໃຫ້ເຫັນວ່າ: ໃນ 6 ເດືອນຕົ້ນປີ 2024 ປະລິມານການຄ້າສິນຄ້າທາງວັດຖຸທົ່ວໂລກເພີ່ມຂຶ້ນ 2,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຄາດວ່າໃນ 6 ເດືອນທ້າຍປີນີ້ແລະປີ 2025 ຈະສືບຕໍ່ຮັກສາທ່ວງທ່າການຟື້ນຟູຄືນ.