ທ່ານສີຈິ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານເລືອງເກືອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກຄຸມມູນິດຫວຽດນາມ

2024-10-12 15:10:36 CRI


ວັນທີ 11 ຕຸລານີ້ ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດ ສປ ຈີນ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານເລືອງເກືອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກຄອມມູນິດຫວຽດນາມ.


ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ພາຍໃຕ້ເງື່ອນໄຂທີ່ການປ່ຽນແປງຢ່າງໃຫຍ່ຫຼວງໃນຮອບຮ້ອຍປີຂອງໂລກພວມເລັ່ງລັດຜັນແປໄວຂຶ້ນ, ຈີນ ແລະ ຫວຽດນາມຄວນກຳທິດທາງການເມືອງໃຫ້ຖືກຕ້ອງ, ຍຶດໝັ້ນກຳກັບສາຍພົວພັນລະຫວ່າງຈີນ-ຫວຽດນາມຈາກຄວາມສູງທາງຍຸດທະສາດ ເພື່ອຮັບປະກັນໃຫ້ສາຍພົວພັນລະຫວ່າງສອງຝ່າຍພັດທະນາກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງໂດຍເດີນຕາມເສັ້ນທາງທີ່ຖືກຕ້ອງ. ຕ້ອງເພີ່ມທະວີການແລກປ່ຽນດ້ານທັດສະນະແນວຄິດ, ສ້າງສະພາບການທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານການຮ່ວມມື, ຊຸກຍູ້ການເຊື່ອມຕໍ່ຍຸດທະສາດການພັດທະນາ ແລະ ການເຊື່ອມຈອດ, ພະຍາຍາມບັນລຸເປົ້າໝາຍໃໝ່ດ້ານການພັດທະນາດ້ວຍຄຸນນະພາບສູງຂອງການຮ່ວມມືທີ່ແທ້ຈິງ. ຕ້ອງບົ່ມສ້າງມິດຕະພາບລະຫວ່າງປະຊາຊົນ, ເພີ່ມທະວີການສຶກສາມິດຕະພາບອັນເປັນມູນເຊື້ອ ແລະ ການຊີ້ນຳຫາງສຽງ, ສ້າງພື້ນຖານທາງດ້ານຈິດໃຈຂອງປະຊາຊົນໃຫ້ໜັກແໜ້ນ ເພື່ອການພັດທະນາຢ່າງຍາວນານຂອງສາຍພົວພັນລະຫວ່າງສອງປະເທດ.


ທ່ານເລືອງເກືອງກ່າວວ່າ: ຫວຽດນາມຈະສືບຕໍ່ຮ່ວມກັບຈີນເພື່ອຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ຜູ້ນຳສູງສຸດຂອງສອງພັກ ແລະ ສອງລັດໄດ້ຕົກລົງກັນໃນຊຸມປີຜ່ານມາ, ເພີ່ມທະວີສາຍພົວພັນລະຫວ່າງສອງພັກ-ສອງລັດຕື່ມອີກ, ຊຸກຍູ້ໃຫ້ການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດຕ່າງໆໃຫ້ລົງສູ່ລວງເລິກ, ຄຸ້ມຄອງ ຄວບຄຸມ ແລະ ແກ້ໄຂຄວາມຂັດແຍ້ງກັນລະຫວ່າງສອງຝ່າຍ, ປັບປຸງ ແລະ ລົງເລິກນ້ຳໃຈແຫ່ງ “ມິດສະຫາຍອ້າຍນ້ອງ”, ຊຸກຍູ້ໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະ ສາດຮອບດ້ານລະຫວ່າງຫວຽດນາມ-ຈີນ ແລະ ການສ້າງຄູ່ຮ່ວມຊາຕາກຳຫວຽດນາມ-ຈີນໄດ້ຮັບຜົນງານອັນໃໝ່ຢ່າງບໍ່ຢຸດຢັ້ງ.