ທົ່ວເສັ້ນທາງລົດໄຟຈີນ-ລາວດຳເນີນການບູລະນະເພື່ອຈຳກັດຄວາມສ່ຽງດ້ານຄວາມປອດໄພ

2024-10-12 16:56:14 cri

ເມື່ອບໍ່ດົນມານີ້, ລົດໄຟບູລະນະເສັ້ນທາງຂະໜາດໃຫຍ່ຂະບວນໜຶ່ງໄດ້ເດີນທາງອອກຈາກສະຖານີເມືອງຫຼ້າ ແຂວງຢູນນານຈີນຕາມທາງລົດໄຟຈີນ-ລາວ. ໃນຂະນະດຽວກັນ, ຢູ່ສະຖານີໂພນສູງຂອງລາວ ທີ່ຫ່າງຈາກສະຖານີເມືອງຫຼ້າ 400 ກວ່າກິໂລແມັດ, ລົດເຄື່ອງຈັກບູລະນະເສັ້ນທາງຂະໜາດໃຫຍ່ສອງຄັນ ໄດ້ເລີ່ມປະຕິບັດວຽກງານບູລະນະເຊັ່ນດຽວກັນ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ວຽກງານສ້ອມແປງບູລະນະໃນທົ່ວເສັ້ນທາງລົດໄຟຈີນ-ລາວໄດ້ເລີ່ມຂຶ້ນແລ້ວ ໂດຍໄດ້ອຳນວຍການຄ້ຳປະກັນຢ່າງໜັກແໜ້ນໃຫ້ແກ່ຄວາມປອດໄພ, ຄວາມໂລ່ງລ່ຽນ ແລະ ການເພີ່ມຂຶ້ນຂອງປະລິມານການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຂອງທາງລົດໄຟຈີນ-ລາວ.

ວຽກງານສ້ອມແປງບູລະນະທົ່ວເສັ້ນທາງລົດໄຟຈີນ-ລາວຈະດຳເນີນໄປຈົນຮອດທ້າຍເດືອນທັນວາປີນີ້ ເຊິ່ງຈະຍົກສູງຄຸນນະພາບຂອງເຄຶ່ອງອຸປະກອນຕາມທາງລົດໄຟຈີນ-ລາວ ແລະ ຮັບປະກັນການດຳເນີນງານຢ່າງປອດໄພ ແລະ ໝັ້ນທ່ຽງຂອງທາງລົດໄຟດັ່ງກ່າວ.