ກະຊວງການຕ່າງປະເທດຈີນແຈ້ງສະພາບກອງປະຊຸມສຸດຍອດຈີນ-ອາຊຽນ ແລະ ຈຸດເດັ່ນຂອງຜົນກອງປະຊຸມ

2024-10-12 14:04:28 CRI


ວັນທີ 11 ຕຸລານີ້, ທ່ານນາງເໝົານິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ແຈ້ງສະພາບກອງປະຊຸມສຸດຍອດຈີນ-ອາຊຽນ ແລະ ຈຸດເດັ່ນຂອງຜົນກອງປະຊຸມໃນກອງປະຊຸມຖະແຫຼງຂ່າວ.

 

ທ່ານນາງເໝົານິງກ່າວວ່າ, ກອງປະຊຸມສຸດຍອດຈີນ-ອາຊຽນຄັ້ງທີ 27, ກອງປະຊຸມສຸດຍອດອາຊຽນກັບຈີນ ຍີ່ປຸ່ນ ແລະ ສ.ເກົາຫຼີໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນປະເທດລາວຢ່າງສຳເລັດຜົນ. ກອງປະຊຸມດຳເນີນໄປພາຍໃຕ້ບັນຍາກາດທີ່ຕັ້ງໜ້າ, ຜູ້ນຳປະເທດຕ່າງໆໄດ້ລົງເລິກເປິກສາຫາລືກ່ຽວກັບການເຮັດແນວໃດຈຶ່ງຈະສາມາດຮັກສາສະຖານະການທີ່ມີສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນອາຊີຕາເວັນອອກ ແລະຮັກສາທ່ວງທ່າທີ່ເຕີບໂຕຢ່າງວ່ອງໄວພາຍໃຕ້ເງື່ອນໄຂທີ່ສະຖານະການສາກົນມີຄວາມສັບສົນ ແລະ ລັດທິປົກປ້ອງການຄ້າຟື້ນຊີບຄືນໃໝ່, ມີຄວາມເຫັນທີ່ເປັນເອກະພາບທົ່ວໄປວ່າ ຄວນຮ່ວມມືກັນເພື່ອຮັບມືກັບຄວາມບໍ່ແນ່ນອນຈາກສະພາບແວດລ້ອມສາກົນໃນປັດຈຸບັນ, ຮ່ວມກັນປົກປ້ອງໂຄງປະກອບດ້ານການຄ້າເສລີ, ເພີ່ມທະວີການເຊື່ອມໂຍງເຊື່ອມຈອດຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ, ສ້າງແຮງຂັບເຄື່ອນໃຫ້ແກ່ການພັດທະນາດ້ວຍຄຸນນະພາບສູງ, ຊຸກຍູ້ຂະບວນການທີ່ເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນຢ່າງເດັດດ່ຽວໜຽວແໜ້ນ, ເຮັດໃຫ້ພາກພື້ນຕົນສືບຕໍ່ເປັນຫົວຈັກທີ່ສຳຄັນສຳລັບການເຕີບໂຕຂອງເສດຖະກິດໂລກ, ທັງເປັນທີ່ສູງແຫ່ງຄວາມສາມັກຄີ ແລະ ການຮ່ວມມື.