ນາຍົກລັດຖະມົນຕີຈີນແລະລາວ ເຂົ້າຮ່ວມພິທີເປີດການກໍ່ສ້າງຕຶກໂຮງໝໍມະໂຫສົດ

2024-10-13 10:07:35 cri

ວັນທີ 12 ຕຸລານີ້, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ຮ່ວມກັນເຂົ້າຮ່ວມພິທີເປີດໂຮງໝໍມະໂຫສົດ ທີ່ລັດຖະບານຈີນໃຫ້ການຊ່ວຍເຫຼືອຕຶກອາຄານ ທີ່ນະຄອນຫຼວງວຽງຈັນ.

ທ່ານ ຫຼີສຽງ ໄດ້ສະແດງຄວາມຊົມເຊີຍຢ່າງອົບອຸ່ນຕໍ່ຜົນສຳເລັດຂອງການກໍ່ສ້າງອາຄານໂຮງໝໍມະໂຫສົດວ່າ: ໃນໄລຍະການກໍ່ສ້າງໂຄງການໂຮງໝໍມະໂຫສົດ, ຜູ້ກໍ່ສ້າງຈາກສອງປະເທດໄດ້ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ສຳເລັດວຽກງານຕ່າງໆດ້ວຍຄຸນນະພາບ. ໂຮງໝໍມະໂຫສົດ ໄດ້ກາຍເປັນໂຮງໝໍສັງລວມທີ່ໃຫຍ່ທີ່ສຸດ, ຄົບຊຸດ, ທັນສະໄໝທີ່ສຸດ ແລະ ມີອຸປະກອນການຮຽນ-ການສອນທາງການແພດທີ່ທັນສະໄໝທີ່ສຸດໃນລາວ ເຊິ່ງມີບົດບາດສຳຄັນໃນການປັບປຸງສະພາບທາງການແພດໃນທ້ອງຖິ່ນ ແລະ ຍົກລະດັບທາງດ້ານເຕັກນິກຂອງພະນັກງານແພດ, ຈະໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນລາວຢ່າງແທ້ຈິງ, ຍັງຈະເປັນສັກຂີພິຍານຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງຈີນກັບລາວຕະຫຼອດໄປ.

ທ່ານ ຫຼີສຽງ ຊີ້ອອກວ່າ, ໂຮງໝໍມະໂຫສົດຍັງແມ່ນໝາກຜົນສຳຄັນຂອງການຮ່ວມມືດ້ານຄຸນນະພາບສູງຈີນ-ລາວໃນການກໍ່ສ້າງ"ໜຶ່ງແລວໜຶ່ງເສັ້ນທາງ".  ໃນຊຸມປີມໍ່ໆມານີ້, ພາຍໃຕ້ການຊີ້ນຳຍຸດທະສາດຂອງທ່ານເລຂາທິການໃຫຍ່ ປະທານປະເທດສີຈິ້ນຜິງ ແລະທ່ານເລຂາທິການໃຫຍ່ ປະທານປະເທດທອງລຸນ ສີສຸລິດ, ສອງປະເທດໄດ້ເສີມຂະຫຍາຍຍຸດທະສາດພັດທະນາຢ່າງບໍ່ຢຸດຢັ້ງ ໃນຂອບເຂດການກໍ່ສ້າງຄູ່ຮ່ວມຊາຕາກຳຈີນ-ລາວທີ່ມີມາດຕະຖານສູງ, ມີຄຸນນະພາບສູງ ແລະລະດັບສູງ. ໂດຍມີອະນາຄົດຮ່ວມກັນ, ພວກເຮົາຈະສືບຕໍ່ລົງເລິກການຮ່ວມມືຕົວຈິງ ແລະພະຍາຍາມກໍ່ສ້າງໂຄງລ່າງພື້ນຖານທີ່ສຳຄັນຈຳນວນໜຶ່ງ ເພື່ອຍູ້ແຮງການກໍ່ສ້າງເສດຖະກິດ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນສອງປະເທດ. ໂດຍປະເຊີນໜ້າກັບສະຖານະການສາກົນທີ່ວຸ້ນວາຍໃນປະຈຸບັນ, ຈີນຍິນດີຮ່ວມກັນຢ່າງແໜ້ນແຟ້ນກັບລາວ, ຊຸກຍູ້ການຮ່ວມມືຈີນ-ລາວໃຫ້ກ້າວຂຶ້ນສູ່ລະດັບສູງໃໝ່ ແລະບັນລຸໄດ້ໝາກຜົນໃໝ່.  

ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ໂຄງການໂຮງໝໍມະໂຫສົດແມ່ນໂຄງການຊີວິດການເປັນຢູ່ຂອງປະຊາຊົນທີ່ມີຄວາມໝາຍອັນພິເສດໂດຍການຮ່ວມມືຂອງການນຳຂັ້ນສູງຂອງສອງພັກສອງລັດລາວແລະຈີນ, ໄດ້ມີບົດບາດສຳຄັນໃນການປັບປຸງສະພາບການແພດໃຫ້ດີຂຶ້ນ, ເຝົ້າຮັກສາສຸຂະພາບຂອງປະຊາຊົນໃນລາວ, ແລະໄດ້ກາຍເປັນໂຄງການມິດຕະພາບອັນເປັນມູນເຊື້ອລະຫວ່າງລາວແລະຈີນ. ຂໍຂອບໃຈຈີນທີ່ໃຫ້ການສະໜັບສະໜູນຢ່າງແຂງແຮງໃນໄລຍະຍາວໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງລາວ ແລະການຊ່ວຍເຫຼືອອັນລ້ຳຄ່າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ຍິນດີຮ່ວມກັບຈີນເພື່ອເພີ່ມທະວີການຮ່ວມມືຮອບດ້ານ ແລະຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນໃຫ້ໄດ້ຮັບໝາກຜົນຫຼາຍກວ່າເກົ່າ.

ຜູ້ຕາງໜ້າຈາກລັດຖະບານຈີນ ແລະລາວ, ບໍລິສັດກໍ່ສ້າງ ແລະພະນັກງານແພດຈາກໂຮງໝໍມະໂຫສົດເກືອບ 200 ຄົນໄດ້ເຂົ້າຮ່ວມພິທີດັ່ງກ່າວ.