ການເກັບກ່ຽວພືດພັນທັນຍາຫານໃນລະດູໃບໄມ້ຫຼົ່ນຢູ່ທົ່ວປະເທດຈີນໄດ້ກ້າວເຂົ້າສູ່ໄລຍະຂຸ້ນຂ້ຽວທີ່ສຸດ.

2024-10-13 16:49:11 cri


    ອີງຕາມຕົວເລກຂໍ້ມູນຫຼ້າສຸດຈາກກະຊວງກະສິກຳ ແລະຊົນນະບົດຈີນສະແດງໃຫ້ເຫັນວ່າ: ນັບມາຮອດປັດຈຸບັນ, ທົ່ວປະເທດຈີນໄດ້ເກັບກ່ຽວພືດພັນທັນຍາຫານໃນລະດູໃບໄມ້ຫຼົ່ນສຳເລັດແລ້ວ 54,8% ຂອງເນື້ອທີ່ທັງໝົດ, ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນມີຄວາມຄືບໜ້າໄວກວ່າ 1,7%. ເຂດແຄວ້ນສ່ວນໃຫຍ່ໃນທົ່ວປະເທດໄດ້ກ້າວເຂົ້າສູ່ໄລຍະຂຸ້ນຂ້ຽວເກັບກ່ຽວແລ້ວ.