ທ່ານ ຫຼີສຽງ ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີລາວ

2024-10-13 08:24:59 cri

 ວັນທີ 12 ຕຸລານີ້, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ໄດ້ພົບປະເຈລະຈາກັບນາຍົກລັດຖະມົນຕີລາວ ທີ່ສຳນັກງານນາຍົກລັດຖະມົນຕີ ແຫ່ງ ສປປລ ລາວ.

ທ່ານ ຫຼີສຽງ ກ່າວວ່າ, ຈີນ ແລະລາວແມ່ນປະເທດບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະຄູ່ຮ່ວມມືທີ່ດີທີ່ດື່ມນ້ຳຈາກແມ່ນ້ຳສາຍດຽວກັນ ແລະມີຊາຕາກຳເຊື່ອມໂຍງກັນຢ່າງໃກ້ຊິດ.  ພາຍໃຕ້ການຊີ້ນຳຍຸດທະສາດຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ, ປະທານປະເທດຈີນ ແລະທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດລາວ, ການກໍ່ສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ພວມສືບຕໍ່ໄດ້ຮັບການພັດທະນາຢ່າງເລິກເຊິ່ງ ແລະໝັ້ນຄົງ.  ຈີນຖືການພັດທະນາການພົວພັນກັບລາວເປັນບູລິມະສິດໃນດ້ານການຕ່າງປະເທດກັບປະເທດອ້ອມຂ້າງຢ່າງສະເໝີຕົ້ນສະເໝີປາຍ,ຍິນດີຖືປີຄົບຮອບ 15 ປີແຫ່ງການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວ ເປັນກາລະໂອກາດໃນການປະຕິບັດຄວາມເຫັນດີເຫັນພ້ອມທີ່ສຳຄັນຂອງການນຳຂັ້ນສູງສຸດຂອງສອງພັກ ແລະສອງປະເທດໃຫ້ດີຕື່ມອີກ, ລົງເລິກຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງ, ເດັດດ່ຽວສະໜັບສະໜູນເຊິ່ງກັນແລະກັນໃນບັນຫາດ້າຍຜົນປະໂຫຍດຂອງໃຜລາວ, ເສີມຂະຫຍາຍຄວາມສາມັກຄີ ແລະການຮ່ວມມືຢ່າງແໜ້ນແຟ້ນ, ສ້າງຄູ່ຮ່ວມຊາຕາກຳຈີນ-ລາວທີ່ໝັ້ນແກ່ນ ມີຊີວິດຊີວາແລະມີປະສິດທິຜົນກວ່າເກົ່າເພື່ອສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດໄດ້ດີກວ່າເກົ່າ.

   ທ່ານຫຼີສຽງຊີ້ອອກວ່າ, ຈີນຍິນດີຮ່ວມກັບລາວເພີ່ມທະວີການເຊື່ອມຈອດຍຸດທະສາດການພັດທະນາ, ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າເພື່ອສືບຕໍ່ຂະຫຍາຍ ແລະປັບປຸງຄຸນນະພາບ, ເລັ່ງລັດການພັດທະນາຕາມເສັ້ນທາງລົດໄຟຈີນ-ລາວ ແລະ"ໜຶ່ງບ່ອນ, ສອງກວດກາ" ແລະເພີ່ມທະວີການຮ່ວມມືດ້ານພະລັງງານໃໝ່, ການຜະລິດທີ່ກ້າວໜ້າ, ເສດຖະກິດດີຈີຕອນ, ປັນຍາປະດິດ ແລະອື່ນໆ, ຂຸດຄົ້ນຈຸດຮ່ວມດ້ານຜົນປະໂຫຍດແລະຈຸດເຕີບໂຕດ້ານການຮ່ວມໃຫ້ຫຼາຍກວ່າເກົ່າ ເພື່ອບັນລຸຜົນສຳເລັດ ແລະການພັດທະນາຮ່ວມກັນ. ຈີນຍິນດີນຳເຂົ້າຜະລິດຕະພັນກະສິກຳຄຸນນະພາບສູງຈາກລາວຕື່ມອີກ.ສອງຝ່າຍຄວນເພີ່ມທະວີການແລກປ່ຽນ ແລະການຮ່ວມມືດ້ານການແພດ, ການສຶກສາ, ສື່ມວນຊົນ, ວັດທະນະທຳການທ່ອງທ່ຽວແລະທ້ອງຖິ່ນເປັນຕົ້ນ, ສືບຕໍ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດ, ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງຈີນ-ລາວ.  ຈີນຊົມເຊີຍລາວໃນຖານະເປັນປະທານໝູນວຽນຂອງອາຊຽນ, ໄດ້ເປັນເຈົ້າພາບຈັດກອງປະຊຸມຜູ້ນຳການຮ່ວມມືອາຊີຕາເວັນອອກຢ່າງສຳເລັດຜົນ. ຍິນດີຮ່ວມມືກັບລາວ ເພື່ອເພີ່ມທະວີການປະສານງານ ແລະການຮ່ວມມືໃນກົນໄກຫຼາຍຝ່າຍເຊັ່ນ: ສະຫະປະຊາຊາດ, ອາຊຽນ, ແລະການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແລະອື່ນໆ, ຕັ້ງໜ້າປະຕິບັດຂໍ້ລິເລີ່ມການພັດທະນາຂອງໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງຂອງໂລກ, ຂໍ້ລິເລີ່ມອາລະຍະທຳຂອງໂລກ ແລະຮ່ວມກັນລິເລີ່ມໂລກຫຼາຍຂົ້ວທີ່ມີຄວາມສະເໝີພາບແລະຄວາມເປັນລະບຽບຮຽບຮ້ອຍ ແລະເສດຖະກິດໂລກາພິວັດທີ່ໄດ້ຮັບຜົນປະໂຫຍດທົ່ວໄປແລະກວມລວມ.

 ທ່ານສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຢ່າງອົບອຸ່ນຕໍ່ວັນສ້າງຕັ້ງສາທາລະນະລັດປະຊາຊົນຈີນຄົບຮອບ 75 ປີ, ຕີລາຄາໃນລະດັບສູງຕໍ່ຜົນສຳເລັດອັນໃຫຍ່ຫຼວງດ້ານການພັດທະນາທີ່ຈີນຍາດມາໄດ້ ແລະຂອບໃຈຢ່າງຈິງໃຈທີ່ຈີນ ໄດ້ໃຫ້ການສະໜັບສະໜູນຢ່າງແຂງແຮງຕໍ່ການພັດທະນາເສດຖະກິດສັງຄົມຂອງລາວໃນໄລຍະຍາວນານມານີ້. ທ່ານສອນໄຊກ່າວວ່າ: ເດືອນຕຸລາປີກາຍນີ້,ການນຳຂັ້ນສູງສຸດຂອງສອງພັກ ແລະສອງປະເທດໄດ້ລົງນາມໃນແຜນປະຕິບັດງານສະບັບໃໝ່ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ແລະປີນີ້ ເປັນປີທຳອິດຂອງການປະຕິບັດແຜນປະຕິບັດງານ.  ລາວຍິນດີຮ່ວມກັບຈີນປະຕິບັດຄວາມເຫັນດີເຫັນພ້ອມທີ່ສຳຄັນຂອງການນຳສູງສຸດຂອງສອງພັກ ແລະສອງປະເທດ, ເພີ່ມທະວີການແລກປ່ຽນຂັ້ນສູງ ແລະຂັ້ນຕ່າງໆ ຂົງເຂດຕ່າງໆ,  ເສີມຂະຫຍາຍບົດບາດຂອງເສັນທາງລົດໄຟລາວ-ຈີນທີ່ມີຕໍ່ການຮ່ວມມືດ້ານເສດຖະກິດການຄ້າຢ່າງເຕັມທີ່ ແລະເປີດກວ້າງການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ກະສິກຳ, ການກໍ່ສ້າງພື້ນຖານໂຄງລ່າງ, ເສດຖະກິດດິຈິຕອນ ແລະອື່ນໆ, ລົງເລິກການແລກປ່ຽນ ແລະການຮ່ວມມືດ້ານມະນຸດສະທຳ, ການທ່ອງທ່ຽວ ແລະອື່ນໆ, ສະໜັບສະໜູນ ແລະຮ່ວມມືເຊິ່ງກັນ ແລະກັນໃນວຽກງານສາກົນ ແລະພາກພື້ນ. ຮ່ວມກັນປົກປັກຮັກສາຜົນປະໂຫຍດທາງຍຸດທະສາດ, ຊຸກຍູ້ການປັບປຸງ ແລະຍົກລະດັບການກໍ່ສ້າງຄູ່ຮ່ວມຊາຕາກຳລາວ-ຈີນຢ່າງບໍ່ຢຸດຢັ້ງ.

ພາຍຫຼັງການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ 2 ທ່ານໄດ້ຮ່ວມກັນເຂົ້າຮ່ວມພິທີວາງສະແດງບົດບັນທຶກການຮ່ວມມືໃນຂົງເຂດການເຊື່ອມໂຍງເຊື່ອມຈອດ, ເສດຖະກິດການຄ້າ, ການກວດກາ ແລະກວດສອບພະຍາດ, ການພັດທະນາແບບສີຂຽວເປັນຕົ້ນ.

ກ່ອນການພົບປະເຈລະຈາ, ທ່ານສອນໄຊ ສີພັນດອນໄດ້ຈັດພິທີຕ້ອນຮັບທ່ານ ຫຼີສຽງ ຢູ່ສຳນັກງານນາຍົກລັດຖະມົນຕີ.

ໃນການຢ້ຽມຢາມ, ສອງຝ່າຍໄດ້ຮ່ວມກັນອອກ "ຖະແຫຼງການຮ່ວມລະຫວ່າງສາທາລະນະລັດປະຊາຊົນຈີນ ແລະສາທາລະນະລັດປະຊາທິປະໄຕປະຊາຊົນລາວ".