ນາຍົກຈີນເດີນທາງໄປເຖິງຮາໂນ້ຍເພື່ອເລີ່ມຢ້ຽມຢາມຫວຽດນາມຢ່າງເປັນທາງການ

2024-10-13 16:50:06 cri


    ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຟາມມິງຈິງ ນາຍົກລັດຖະມົນຕີຫວຽດນາມ, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ເດີນທາງໄປເຖິງສະໜາມບິນສາກົນໂນ້ຍບາຍນະຄອນຫຼວງຮາໂນ້ຍຂອງຫວຽດນາມດ້ວຍຍົນພິເສດໃນຕອນຄ່ຳວັນທີ 12 ຕຸລານີ້, ເພື່ອເລີ່ມຢ້ຽມຢາມຫວຽດນາມຢ່າງເປັນທາງການ.