ເມື່ອຜະເຊີນກັບສຽງລົບກວນຈາກພາຍນອກ ເປັນຫຍັງການຮ່ວມມືລະຫວ່າງຈີນ-ອາຊຽນພັດໜຽວແໜ້ນກວ່າເກົ່າ

2024-10-13 14:41:07 CRI


ໃນກອງປະຊຸມສຸດຍອດຈີນ-ອາຊຽນຄັ້ງທີ 27, ຈີນ ແລະ ອາຊຽນໄດ້ຮ່ວມກັນປະກາດວ່າ ການເຈລະຈາຍົກລະດັບເຂດການຄ້າເສລີຈີນ-ອາຊຽນ 3.0 ໄດ້ສິ້ນສຸດລົງໃນດ້ານທາດແທ້ ເຊິ່ງເປັນມາດຕະການສຳຄັນທີ່ຍົກລະດັບການເຊື່ອມໂຍງເຂົ້າກັນຂອງເສດຖະກິດອາຊີຕາເວັນອອກ ແລະ ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຂອງສອງຝ່າຍທີ່ສະໜັບສະໜູນລັດທິຫຼາຍຝ່າຍ ແລະ ການຄ້າເສລີ. ນີ້ກໍໄດ້ສົ່ງສັນຍານຕໍ່ພາຍນອກຢ່າງຈະແຈ້ງວ່າ: ຈີນຍິນດີລົງເລິກການຮ່ວມມືກັບປະເທດໃນພາກພື້ນຢ່າງຕໍ່ເນື່ອງບົນຈິດໃຈມິດຕະພາບ.

 

ປະເທດຕ່າງໆລ້ວນແຕ່ມີຄວາມປາດຖະໜາທີ່ພັດທະນາໃຫ້ຈະເລີນຮຸ່ງເຮືອງຂຶ້ນ ເພື່ອໃຫ້ປະຊາຊົນດຳລົງຊີວິດທີ່ດີ; ໃນຖານະເປັນປະເທດໃກ້ຄຽງ, ຈີນ ແລະ ປະເທດໃນອາຊຽນມີຄວາມຊ່ວຍຊູຍູ້ໜູນກັນທີ່ດີດ້ານເສດຖະກິດ, ການສ້າງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງມີທ່າແຮງຕາມທຳມະຊາດ, ຍິ່ງມີເງື່ອນໄຂເອື້ອອຳນວຍໃນການບັນລຸການພັດທະນາແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

 

ປະຊາກອນຂອງຈີນ ແລະ ປະເທດສະມາຊິກອາຊຽນມີຫຼາຍກວ່າ 2 ຕື້ຄົນ, ກວມເອົາ 1/4 ຂອງປະຊາກອນໂລກ, ຕະຫຼາດຂະໜາດໃຫຍ່ພິເສດ 2 ແຫ່ງນີ້ຮ່ວມມືກັນ ຈະເຮັດໃຫ້ການເຊື່ອມໂຍງເຂົ້າກັນຂອງເສດຖະກິດພາກພື້ນມີລະດັບສູງກວ່າເກົ່າ, ພື້ນຖານຂອງເສດຖະກິດໂລກກໍຈະໜັກແໜ້ນຍິ່ງຂຶ້ນ.


ກ່ອນ ແລະ ຫຼັງກອງປະຊຸມສຸດຍອດຈີນ-ອາຊຽນຄັ້ງນີ້ ໄດ້ປາກົດມີສຽງລົບກວນຈຳນວນໜຶ່ງ. ສຳລັບເລື່ອງນີ້, ຜູ້ນຳຫຼາຍປະເທດອາຊຽນກ່າວເນັ້ນວ່າ ອາຊຽນຄວນສືບຕໍ່ຍຶດໝັ້ນເປົ້າໝາຍຮ່ວມກັນ ຄື ສັນຕິພາບ ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ, ຍຶດໝັ້ນລັດທິຫຼາຍຝ່າຍທີ່ສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.


ຄວາມຮັບຮູ້ທີ່ເປັນເອກະພາບກັນ ແລະ ຜົນກອງປະຊຸມທີ່ກ່ຽວຂ້ອງໄດ້ສະແດງໃຫ້ເຫັນວ່າ ການສະແຫວງຫາສັນຕິພາບ ແລະ ຊຸກຍູ້ການພັດທະນາ ຈຶ່ງແມ່ນຄວາມປາດຖະໜາອັນຮີບຮ້ອນຂອງປະເທດໃນພາກພື້ນ, ຖ້ອຍຄຳ ແລະ ການກະທຳທີ່ເຈຕະນາຫາເລື່ອງສ້າງຄວາມປັ່ນປ່ວນເຫຼົ່ານັ້ນຈະຖືກປະຕິເສດຢ່າງແນ່ນອນ; ການເປີດປະຕູສູ່ພາຍນອກ ແລະ ການກວມລວມຈຶ່ງເປັນເສັ້ນທາງທີ່ຖືກຕ້ອງ, ການໂຄສະນາແນວຄິດສົງຄາມເຢັນ ແລະ ການເປັນປໍລະປັກກັນລະຫວ່າງກຸ່ມກ້ອນດັ່ງ “ຮູບແບບນາໂຕ” ຈະບໍ່ມີໂອກາດຫຍັງເລີຍ.