ທ່ານຫຼີສຽງພົບປະກັບທ່ານນາຍົກລັດຖະມົນຕີສິງກະໂປ

2024-10-13 08:23:06 cri


      ວັນທີ 11 ຕຸລານີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີ ສປຈີນ ໄດ້ພົບປະສອງຝ່າຍກັບທ່ານ ລໍເຣັນ ວອງ ນາຍົກລັດຖະມົນຕີສິງກະໂປ ໃນຂະນະທີ່ມາເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ ທີ່ນະຄອນຫຼວງວຽງຈັນ.

      ທ່ານ ຫຼີສຽງກ່າວວ່າ: ຈີນແລະສິງກະໂປໄດ້ຮັກສາການແລກປ່ຽນລະດັບສູງຢ່າງໃກ້ຊິດ ແລະເປັນມູນເຊື້ອມາດົນນານ, ການນຳຂອງສອງປະເທດໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບບັນຫາຍຸດທະສາດທີ່ກ່ຽວຂ້ອງເຖິງຜົນປະໂຫຍດອັນຍາວນານຂອງສອງຝ່າຍ ແລະຮ່ວມກັນເປິກສາຫາລືແຜນການພັດທະນາ ເຊິ່ງເປັນຂໍ້ໄດ້ປຽບທີ່ເປັນເອກະລັກ ແລະ ເປັນສິ່ງຮັບປະກັນທີ່ສໍາຄັນໃຫ້ກັບຈີນ ແລະສິງກະໂປໃນການຊຸກຍູ້ສົ່ງເສີມການສາຍພົວພັນຂອງປະເທດ. ຈີນຍິນດີຮ່ວມກັບສິງກະໂປສືບຕໍ່ຮັກສາມູນເຊື້ອອັນດີງາມດັ່ງກ່າວ ພ້ອມທັງເພີ່ມທະວີການແລກປ່ຽນຄວາມເປັນ ແລະການປະສານງານດ້ານຍຸດທະສາດ, ເດັດດ່ຽວສະໜັບສະໜູນເຊິ່ງກັນແລະກັນໃນການປົກປັກຮັກສາຜົນປະໂຫຍດໃຈກາງ ສືບຕໍ່ສ້າງພື້ນຖານອັນໝັ້ນແກ່ນດ້ານຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງ, ຍຶດໝັ້ນແນວທາງທີ່ຖືກຕ້ອງຂອງການພົວພັນຈີນ-ສິງກະໂປ.

   ທ່ານຫຼີສຽງຊີ້ອອກວ່າ: ປັດຈຸບັນ, ຈີນແລະສິງກະໂປພວມຢູ່ໃນໄລຍະສຳຄັນຂອງການພັດທະນາ ແລະກໍ່ສ້າງປະເທດຊາດ. ປີໜ້າ, ສອງປະເທດຈະສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 35 ປີ, ຈີນຍິນດີຮ່ວມກັບສິງກະໂປຖືໂອກາດນີ້ ເພີ່ມທະວີການເຊື່ອມໂຍງເຊື່ອມຈອດດ້ານການພັດທະນາ ເສີມຂະຫຍາຍທ່າແຮງເຊິ່ງກັນແລະກັນ ຍຶດໝັ້ນນຳພາການຮ່ວມມືຮອບດ້ານລະຫວ່າງສອງປະເທດ ໃຫ້ມີຄຸນນະພາບສູງແລະເບິ່ງກວ້າງມອງໄກ. ສອງຝ່າຍຄວນຮັດແໜ້ນການພົວພັນດ້ານເສດຖະກິດການຄ້າ, ຕັ້ງໜ້າຄົ້ນຄ້ວາຈຸດເຊື່ອມໂຍງດ້ານຜົນປະໂຫຍດ ແລະຈຸດເຕີບໂຕດ້ານການຮ່ວມມືໃຫ້ຫຼາຍກວ່າເກົ່າ, ເປີດກວ້າງການຮ່ວມມືດ້ານການຜະລິດທີ່ກ້າວໜ້າ, ເສດຖະກິດດີຈີຕອນ, ປັນຍາປະດິດ ແລະບັນດາຂົງເຂດແຖວໜ້າອື່ນໆ, ລົງເລິກການແລກປ່ຽນ ແລະການຮ່ວມມືດ້ານການສຶກສາ ວັດທະນະທຳການທ່ອງທ່ຽວ ຊາວໜຸ່ມແລະທ້ອງຖິ່ນເພື່ອຊຸກຍູ້ການພັດທະນາຮ່ວມກັນໃຫ້ດີກວ່າເກົ່າ.ຈີນຍິນດີເພີ່ມທະວີການປະສານງານ ແລະການຮ່ວມມືຫຼາຍຝ່າຍກັບສິງກາໂປ, ຍຶດໝັ້ນການເປີດກວ້າງ ແລະກວມລວມ,ເດັດດ່ຽວຊຸກຍູ້ການຄ້າ ແລະການລົງທຶນໃຫ້ມີຄວາມເສລີແລະສະດວກ, ເລັ່ງລັດຂະບວນການເຊື່ອມໂຍງເສດຖະກິດຂອງພາກພື້ນ ແລະຮ່ວມກັນປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງອາຊີ.

ທ່ານ ລໍເຣັນ ວອງກ່າວວ່າ: ປະຈຸບັນ ການພັດທະນາຂອງການພົວພັນສິງກະໂປກັບຈີນມີທ່ວງທ່າທີ່ດີ, ການຮ່ວມມືໃນຂົງເຂດຕ່າງໆໄດ້ຮັບຄວາມຄືບໜ້າຢ່າງຕັ້ງໜ້າ, ສອດຄ່ອງຢ່າງຍິ່ງກັບງກະໂປ ແລະຈີນ. ສິງກະໂປຍຶດໝັ້ນປະຕິບັດນະໂຍບາຍຈີນດຽວ, ຄັດຄ້ານ "ໄຕ້ຫວັນເປັນເອກະລາດ " ແລະຈະບໍ່ຖືກອິດທິກຳລັງ "ໄຕ້ຫວັນເປັນເອກະລາດ" ໃດໆນຳໃຊ້. ສິງກະໂປຍິນດີເພີ່ມທະວີການແລກປ່ຽນລະດັບສູງກັບຈີນ, ສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ເສດຖະກິດດີຈີຕອນ, ຕະຫຼາດຝ່າຍທີສາມ ແລະຂົງເຂດອື່ນໆ, ແລະເພີ່ມທະວີການແລກປ່ຽນລະຫວ່າງປະຊາຊົນ ແລະວັດທະນະທຳ. ສິງກະໂປສະໜັບສະໜູນຈີນເຂົ້າຮ່ວມສັນຍາຄູ່ຮ່ວມມືຂ້າມປາຊີຟິກທີ່ຮອບດ້ານແລະກ້າວໜ້າ ແລະສັນຍາຄູ່ຮ່ວມມືເສດຖະກິດດີຈີຕອນ, ຍິນດີຮ່ວມກັນຈີນຮັກສາການແລກປ່ຽນຄວາມເຫັນ ແລະການປະສານງານໃນວຽກງານຫຼາຍຝ່າຍສາກົນ, ຮ່ວມກັນຄັດຄ້ານລັດທິປົກປ້ອງ, ແລະປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນສັນຕິພາບ ສະຖຽນລະພາບ ແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.