ສປປ ເກົາຫຼີອອກຄຳສັ່ງໃຫ້ທະຫານທີ່ປະຈຳການຢູ່ເຂດຊາຍແດນສປປ ເກົາຫຼີ-ສ ເກົາຫຼີເຂົ້າສູ່ພາວະພ້ອມຍິງ

2024-10-14 17:17:10 cri


    ໂທລະພາບສູນກາງ ສປປ ເກົາຫຼີລາຍງານໃນວັນທີ 14 ຕຸລານີ້ໃຫ້ຮູ້ວ່າ: ໂຄສົກກະຊວງປ້ອງກັນປະເທດ ສປປ ເກົາຫຼີປະກາດໃນວັນທີ 13 ຕຸລານີ້ວ່າ: ການກະທຳຂອງ ສ ເກົາຫຼີທີ່ລ່ວງລ້ຳ ແລະ ເກາະຜິດອະທິປະໄຕຂອງ ສປປ ເກົາຫຼີຢ່າງຮຸນແຮງທີ່ເກີດຂຶ້ນຢູ່ນະຄອນຫຼວງພຽງຢາງຂອງ ສປປ ເກົາຫຼີ ໄດ້ເຮັດໃຫ້ເກີດສະຖານະການເຄັ່ງຕຶງທາງການທະຫານທີ່ໜັກໜ່ວງ, ກົມໃຫຍ່ເສນາທິການກອງທັບປະຊາຊົນ ສປປ ເກົາຫຼີໄດ້ຊີ້ນຳໃຫ້ທະຫານທີ່ປະຈຳການຢູ່ເຂດຊາຍແດນສປປ ເກົາຫຼີ-ສ ເກົາຫຼີເຂົ້າສູ່ພາວະພ້ອມຍິງ, ຖ້າຫາກຢືນຢັນວ່າ ສ ເກົາຫຼີໄດ້ເກາະຜິດອີກຄັ້ງໜຶ່ງ, ກໍຈະຕອບໂຕ້ຄືນໃນທັນທີ.

    ກ່ອນໜ້ານີ້, ກະຊວງການຕ່າງປະເທດ ສປປ ເກົາຫຼີໄດ້ອອກຖະແຫຼງການໃນວັນທີ 11 ຕຸລານີ້, ໂດຍໄດ້ກ່າວປະນາມເຮືອບິນບໍ່ມີຄົນຂັບຂອງ ສ ເກົາຫຼີໄດ້ລ່ວງລ້ຳນ່ານຟ້ານະຄອນຫຼວງພຽງຢາງ.