ເຜີຍແບຄວາມຈິງຂອງແຜນດຳເນີນງານພາຍໃຕ້ລະຫັດ “ພາຍຸໄຕ້ຝຸ່ນໂວດ” ຂອງອາເມຣິກາ

2024-10-14 16:30:20 cri

 

    ວັນທີ 14 ຕຸລານີ້, ອົງການຄວາມໝັ້ນຄົງທາງອິນເຕີເນັດຂອງຈີນໄດ້ເຜີຍແຜ່ບົດລາຍງານທີ່ມີຫົວຂໍ້ສະເພາະຄັ້ງທີ 3, ໂດຍໄດ້ເປີດເຜີຍການເຄື່ອນໄຫວລັກເຈາະຂໍ້ມູນຄວາມລັບ ແລະ ດັກຟັງທາງອິນເຕີເນັດຂອງອາເມຣິກາ ແລະ “ພັນທະມິດ5ຕາ” ທີ່ມີຕໍ່ຈີນ ແລະ ເຢຍລະມັນເປັນຕົ້ນ, ລວມທັງຊາວອິນເຕີເນັດໃນທົ່ວໂລກ, ພ້ອມທັງໄດ້ເຜີຍແບເຈຕະນາທີ່ແທ້ຈິງຂອງອາເມຣິກາໃນການປະຕິບັດແຜນດຳເນີນງານພາຍໃຕ້ລະຫັດ “ພາຍຸໄຕ້ຝຸ່ນໂວດ” ເພື່ອໃສ່ຮ້າຍປ້າຍສີຈີນ.

    ເນື້ອໃນບົດລາຍງານລະບຸວ່າ: ການເຄືື່ອນໄຫວ “ພາຍຸໄຕ້ຝຸ່ນໂວດ” ແມ່ນການເຄື່ອນໄຫວແບບຂ່າວປອມໂດຍມີການວາງແຜນຢ່າງລະອຽດ ແລະ ສອດຄ່ອງກັບຜົນປະໂຫຍດຂອງກຸ່ມທຶນອາເມຣິກາ. ເປັນເວລາດົນນານມາແລ້ວ, ອາເມຣິກາໄດ້ຈັດຕັ້ງກຳລັງສົງຄາມອິນເຕີເນັດຢູ່ເຂດອ້ອມຂ້າງຂອງປະເທດທີ່ເປັນຄູ່ແຂ່ງ, ເພື່ອສອດແນມທາງໃກ້ ແລະ ເຊື່ອມຊຶມຜ່ານທາງອິນເຕີເນັດຕໍ່ເປົ້າໝາຍທາງອິນເຕີເນັດ. ກຳລັງສົງຄາມອິນເຕີເນັດ ແລະ ແຮກເກີຂອງອົງການຂ່າວລັບອາເມຣິກາໄດ້ປອມຕົວເປັນຄົນປະເທດອື່ນໆເພື່ອດຳເນີນການໂຈມຕີ ແລະ ເຈາະຂໍ້ມູນຜ່ານທາງອິນເຕີເນັດ.

    ບົດລາຍງານຊີ້ໃຫ້ເຫັນວ່າ: ອົງການຂ່າວລັບອາເມຣິກາໄດ້ສ້າງຕັ້ງເຄືອຂ່າຍດັກຟັງທາງອິນເຕີເນັດທີ່ມີຂະໜາດໃຫຍ່ໃນທົ່ວໂລກ, ບັນລຸການດັກຟັງທີ່ບໍ່ມີການຈຳແນກຕໍ່ຊາວອິນເຕີເນັດທົ່ວໂລກ, ເຊິ່ງໄດ້ສະໜອງຂ່າວລັບທີ່ມີມູນຄ່າສູງຈຳນວນຫຼວງຫຼາຍໃຫ້ແກ່ລັດຖະບານອາເມຣິກາ.