ອາເມຣິກາຈະຕິດຕັ້ງລະບົບຕໍ່ຕ້ານລູກສອນໄຟນຳວິຖີ “ຊາດ໊” ຢູ່ອິດສະຣາແອນ

2024-10-14 11:10:24 cri


   ວັນທີ 13 ຕຸລານີ້, ກະຊວງປ້ອງກັນປະເທດອາເມຣິກາປະກາດວ່າຈະຕິດຕັ້ງລະບົບຕໍ່ຕ້ານລູກສອນໄຟນຳວິຖີ  “ຊາດ໊” ຢູ່ອິດສະຣາແອນ, ພ້ອມທັງຈະສົ່ງທະຫານອາເມຣິກາໄປເຮັດເລື່ອງລາວທີ່ກ່ຽວຂ້ອງຢູ່ອິດສະຣາແອນ, “ເພື່ອຊ່ວຍອິດສະຣາແອນເພີ່ມທະວີຄວາມສາມາດດ້ານການປ້ອງກັນທາງອາກາດ, ແລະເປັນການຕອບໂຕ້ທີ່ຕໍ່ອີຣານຍິງລູກສອນໄຟນຳວິຖີຫຼອນໂຈມຕີອິດສະຣາແອນ.”

   ມື້ດຽວກັນ, ເມື່ອຖືກນັກຂ່າວຖາມວ່າເປັນຫຍັງຈຶ່ງທຳການຕົກລົງເລື່ອງດັ່ງກ່າວ,  ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາທີ່ຢູ່ລັດຟລໍຣິດາໄດ້ຕອບວ່າ: ການກະທຳແບບນີ້ແມ່ນ “ເພື່ອປ້ອງກັນອິດສະຣາແອນ”.