ແລ່ນມາລາທອນເພດຍິງທຳລາຍສະຖິຕິໂລກ

2024-10-14 14:55:06 CRI


    ໃນການແຂ່ງຂັນແລ່ນມາລາທອນເພດຍິງປະຈຳປີ 2024 ຢູ່ນະຄອນຊິກາໂກຂອງອາເມຣິກາໃນວັນທີ 13 ຕຸລານີ້,ນາງຣູດ ເຊັບເງຕິກ ນັກກິລາເຄັນຢາໄດ້ທຳລາຍສະຖິຕິໂລກ ແລະ ໄດ້ຄອງແຊັມດ້ວຍການແລ່ນເຂົ້າເສັ້ນໄຊໃນເວລາ 2 ຊົ່ວໂມງ 9ນາທີ 56 ວິນາທີ. ໄວກວ່າສະຖິຕິໂລກເດີມທສ້າງໄວ້ເວລາ 2 ຊົ່ວໂມງ11 ນາທີ 53 ວິນາທີເກືອບສອງນາທີ.



    ນາງເຊັບເງຕິກກາຍເປັນນັກກິລາແລ່ນເພດຍິງຜູ້ທຳອິດທີ່ແລ່ນເຂົ້າເສັ້ນໄຊໍໄດ້ພາຍໃນເວລາ 2ຊົ່ວໂມງ 10 ນາທີໃນປະຫວັດສາດຂອງການແລ່ນມາລາທອນ.