ຈີນປະກາດຕົວເລກເສດຖະກິດໃນ3ໄຕມາດຂອງປີນີ້

2024-10-14 14:43:29 CRI

     ວັນທີ 13 ຕຸລານີ້, ຈີນໄດ້ປະກາດຕົວເລກເສດຖະກິດໃນ 3 ໄຕມາດຂອງປີນີ້.

 

    ອີງຕາມຕົວເລກສະແດງໃຫ້ເຫັນວ່າ: ໃນ 3 ໄຕມາດຂອງປີນີ້, ລາຍຮັບຈາກການຈຳໜ່າຍໃນຫຼາຍຂົງເຂດຂອງຈີນໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ, ກຳລັງແຮງບົ່ມຊ້ອນດ້ານການບໍລິໂພກໄດ້ຂຸດຄົ້ນປ່ອຍອອກມາຢ່າງຕໍ່ເນື່ອງ.ລາຍຮັບຈາກການຈຳໜ່າຍວິສາຫະກິດອຸດສາຫະກຳທົ່ວປະເທດຈີນໄດ້ເພີ່ມຂຶ້ນ 3,6%ເມື່ອທຽບກັບໄລຍະດຽວກັນປີກາຍີ້. ໃນນັ້ນ, ອຸດສາຫະກຳການຜະລິດວັດຖຸອຸປະກອນເພີ່ມຂຶ້ນ 5,3% ເມື່ອທຽບກັບໄລຍະດຽວກັນປີກາຍ,ໂດຍສະເພາະແມ່ນອຸດສາຫະກຳການຜະລິດທີ່ທັນສະໄໝ ເຊັ່ນ: ອຸປະກອນຄອມພິວເຕີ-ໂທລະຄົມ ແລະ ມີເຕີໄດ້ພັດທະນາຢ່າງດີງາມ.


 

    ນອກນີ້, ຈີນຍັງໄດ້ເລັ່ງລັດພັດທະນາອຸດສາຫະກຳສີຂຽວ ແລະກາກບອນຕ່ຳ, ລາຍຮັບຈາກການຈຳໜ່າຍອຸດສາຫະກຳອຸນະລັກລະບົບນິເວດ ແລະ ປັບປຸງສິ່ງແວດລ້ອມໄດ້ເພີ່ມຂຶ້ນ 11,4% ເມື່ອທຽບກັບໄລຍະດຽວກັນປີກາຍ. ອຸດສາຫະກຳພະລັງງານສະອາດຕ່າງໆ ເຊັ່ນ: ພະລັງງານແສງຕາເວັນ,ພະລັງງານໄຟຟ້າ ແລະ ພະລັງງານລົມເປັນຕົ້ນໄດ້ພັດທະນາອ່າວໄວຂຶ້ນ.