ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”

2024-10-14 16:33:26 cri

    ວັນທີ 14 ຕຸລານີ້, ເຂດທະຫານພາກຕາເວັນອອກຂອງກອງທັບປົດປ່ອຍປະຊາຊົນຈີນໄດ້ຈັດຕັ້ງເຫຼົ່າຮົບຕ່າງໆໃນເຂດທະຫານ ເຊັ່ນ: ກອງທະຫານບົກ, ກອງທະຫານເຮືອ, ກອງທະຫານອາກາດ, ກອງທະຫານລູກສອນໄຟ ແລະອື່ນໆ ເພື່ອດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B” ຢູ່ຊ່ອງແຄບໄຕ້ຫວັນ, ທິດເໜືອໃກ້ກັບເກາະໄຕ້ຫວັນ, ທິດໃຕ້ໃກ້ກັບເກາະໄຕ້ຫວັນ, ທິດຕາເວັນອອກທີ່ຫ່າງຈາກເກາະໄຕ້ຫວັນ. ການຊ້ອມຮົບຄັ້ງນີ້ເປັນການນາບຂູ່ອັນເຂັ້ມແຂງຕໍ່ອິດທິກຳລັງທີ່ມີເຈຕະນາຫວັງຢາກແບ່ງແຍກໄຕ້ຫວັນເປັນເອກະລາດ, ທັງເປັນການເຄື່ອນໄຫວທີ່ເປັນທຳ ແລະ ຈຳເປັນໃນການປົກປັກຮັກສາອະທິປະໄຕ ແລະ ຄວາມເປັນເອກະພາບຂອງຊາດ.