ອີຣານກຽມພ້ອມແລ້ວຕໍ່ສົງຄາມທີ່ອາດຈະເກີດຂຶ້ນ ແຕ່ບໍ່ຢາກກໍ່ສົງຄາມ

2024-10-14 11:04:33 cri


    ວັນທີ 13 ຕຸລານີ້, ທ່ານ ອັບບາສ ອາຣັກຊີ ລັດຖະມົນຕີກະຊວງການຕ່າງປະເທດອີຣານກ່າວວ່າ: ອີຣານກຽມພ້ອມແລ້ວຕໍ່ສົງຄາມທີ່ອາດຈະເກີດຂຶ້ນ ແຕ່ບໍ່ຢາກກໍ່ສົງຄາມເອງ.

   ທ່ານ ອາຣັກຊີ ເນັ້ນໜັກວ່າ: ປັດຈຸບັນ ພາກພື້ນຕາເວັນອອກກາງແມ່ນຕົກຢູ່ໃນວິກິດການທີ່ເລິກເຊິ່ງເທື່ອລະກ້າວ, ມີຄວາມສ່ຽງສູງຫຼາຍທີ່ຈະເກີດການປະທະກັນແລະສະຖານະການພາກພື້ນຮຸນແຮງຂຶ້ນ. ທ່ານຕິຕຽນອິດສະຣາແອນປະຕິເສດຢຸດຍິງຢູ່ເຂດກາຊາ ທັງຂະຫຍາຍການເຄື່ອນໄຫວທາງການທະຫານຕໍ່ລີບັງ, ການກະທຳຂອງອິດສະຣາແອນອາດຈະເຮັດໃຫ້ພາກພື້ນຕາເວັນອອກກາງຕົກຢູ່ໃນຄວາມອັນຕະລາຍທີ່ສຸດ, ທັງມີຄວາມສ່ຽງທີ່ຈະເກີດການປະທະກັນຢູ່ທົ່ວພາກພື້ນ. ທ່ານອາຣັກຊີເນັ້ນໜັກວ່າ: ການເຄື່ອນໄຫວທາງການທະຫານທີ່ອິດສະຣາແອນດຳເນີນຢູ່ທົ່ວພາກພື້ນ ຕ້ອງຍຸດຕິໃນທັນທີ.

   ທ່ານອາຣັກຊີເນັ້ນໜັກຕື່ມວ່າ: ອີຣານໄດ້ກຽມພ້ອມແລ້ວຕໍ່ສົງຄາມທີ່ອາດຈະເກີດຂຶ້ນ, ທັງກຽມພ້ອມແລ້ວເພື່ອຕ້ອນຮັບສັນຕິພາບ, ອີຣານພວມປະສານສົມທົບກັບເພື່ອນມິດຢູ່ໃນພາກພື້ນ ເພື່ອຕັ້ງໜ້າຊຸກຍູ້ໃຫ້ຢຸດຍິງ. ຝ່າຍອີຣານບໍ່ຢາກໃຫ້ສົງຄາມເກີດຂຶ້ນ, ແຕ່ບໍ່ຢ້ານສົງຄາມ.