ທ່ານວາງຢີ້ໂອລົມທາງໂທລະສັບກັບລັດຖະມົນຕີການຕ່າງປະເທດອີຣານ

2024-10-15 11:31:08 CRI

    ວັນທີ 14 ຕຸລານີ້, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ໂອ້ລົມທາງໂທລະສັບກັບທ່ານອັບບັສ ອາຣັກຊີ ລັດຖະມົນຕີກະຊວງການຕ່າງປະເທດອີຣານ.



    ທ່ານອັບບັສ ອາຣັກຊີກ່າວວ່າ: ອີຣານເອົາໃຈໃສ່ຕໍ່ຄວາມສ່ຽງທີ່ສະຖານະການຢູ່ພາກພື້ນໃນປັດຈຸບັນນີ້ຍົກລະດັບສູງຂຶ້ນຢ່າງເລິກເຊິ່ງ,ບໍ່ຍອມໃຫ້ການປະທະກັນຂະຫຍາຍວົງກວ້າງອອກໄປຕື່ມອີກ. ອີຣານໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ອິດທິພົນອັນສຳຄັນຂອງຈີນໃນວຽກງານສາກົນ,ຍິນດີເພີ່ມທະວີການແລກປ່ຽນ ແລະ ການປະສານງານກັບຈີນ ເພື່ອເຮັດໃຫ້ສະຖານະການຜ່ອນຄາຍລົງໂດຍຜ່ານວິທີທາງການທູດ.


    ທ່ານວາງຢີ້ກ່າວວ່າ: ປັດຈຸບັນ,ຜົນກະທົບທາງລົບຈາກການປະທະກັນຢູ່ເຂດກາຊາໄດ້ຂະຫຍາຍອອກໄປເຂດບໍລິເວນໃກ້ຄຽງຢ່າງເດັ່ນຊັດ,ສະຖານະການເຄ່ັ່ງຕຶງຢູ່ພາກພື້ນໄດ້ຍົກລະດັບສູງຂຶ້ນຢ່າງບໍ່ຢຸດຢັ້ງ. ຈີນຈະສືບຕໍ່ສະແດງຄວາມຮັບຜິດຊອບຂອງປະເທດໃຫຍ່, ຍຶດຖືເລິ່ມຈາກຄວາມຖືກຄວາມຜິດຕາມສະພາບຕົວຈິງ, ເພີ່ມທະວີການແລກປ່ຽນກັບຝ່າຍຕ່າງໆ, ທ້ອນໂຮມຄວາມຮັບຮູ້ທີ່ຄືກັນ ແລະ ກຳລັງແຮງສາກົນຫຼາຍກວ່າເກົ່າ, ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນເພື່ອຊຸກຍູ້ໃຫ້ການປະທະກັນຜ່ອນຄາຍລົງ.