ໂຄສົກກະຊວງການຕ່າງປະເທດຈີນແຈ້ງຜົນໄດ້ຮັບຕົ້ນຕໍໃນການຢ້ຽມຢາມລາວ ແລະ ຫວຽດນາມຂອງນາຍົກຈີນ

2024-10-15 11:25:36 CRI

    ວັນທີ 14 ຕຸລານີ້, ໃນກອງປະຊຸມຖະແຫຼງຂ່າວ, ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບຜົນໄດ້ຮັບຕົ້ນຕໍໃນການຢ້ຽມຢາມລາວ ແລະ ຫວຽດນາມຂອງທ່ານຫຼີຊຽງ ນາຍົກລັດຖະມົນຕີຈີນ.


    ທ່ານນາງເມົານີງກ່າວວ່າ: ລາວ ແລະ ຫວຽດນາມແມ່ນປະເທດບ້ານໃກ້ເຮືອນຄຽງມິດຕະພາບສັງຄົມນິຍົມຂອງຈີນ,ນີ້ແມ່ນທ່ານຫຼີຊຽງຢ້ຽມຢາມສອງປະເທດດັ່ງກ່າວເປັນເທື່ອທຳອິດນັບແຕ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຈີນ ໂດຍໄດ້ຮັບຜົນງານອັນຕັ້ງໜ້າ.


    ໜຶ່ງແມ່ນ ສະແດງໃຫ້ເຫັນຄວາມໝາຍດ້ານຍຸດທະສາດທີ່ສ້າງປະຊາຄົມຮ່ວມຊາຕາກຳລະຫວ່າງສອງຝ່າຍຢ່າງເດັ່ນຊັດ. ຈີນ-ລາວ,ຈີນ-ຫວຽດນາມເປັນເອກະພາບກັນເຫັນດີຍຶດໝັ້ນປະຕິບັດຕໍ່ການພົວພັນສອງຝ່າຍຈາກລະດັບສູງດ້ານຍຸດທະສາດ ແລະ ໄລຍະຍາວ,ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳລະຫວ່າງສອງຝ່າຍໃຫ້ໄດ້ຮັບຜົນງານທີ່ຕິດແທດຕົວຈິງຫຼາຍກວ່າເກົ່າ.


 

     ສອງແມ່ນ ກ່າວຢ້ຳຫຼັກການ ແລະ ຫຼັກໝັ້ນໃນບັນຫາສຳຄັນຕ່າງໆ. ລາວ ແລະ ຫວຽດນາມໄດ້ກ່າວຢ້ຳວ່າ ເດັດດ່ຽວເຄົາລົບຫຼັກການປະເທດຈີນດຽວ, ຄັດຄ້ານການເຄື່ອນໄຫວທີ່ແບ່ງແຍກ “ໄຕ້ຫວັນເປັນເອກະລາດ” ຜ່ານຮູບການໃດໆຢ່າງເດັດຂາດ, ເດັດດ່ຽວສະໜັບສະໜູນ 3 ຂໍ້ລິເລິ່ມທົ່ວໂລກ. ສາມຝ່າຍລ້ວນແຕ່ເປັນເອກະພາບກັນເຫັນດີລິເລິ່ມໃຫ້ໂລກມີຫຼາຍຂົ້ວທີ່ສະເໝີພາບ ແລະ ເປັນລະບຽບພ້ອມດ້ວຍເສດຖະກິດໂລກາວິວັດທີ່ສ້າງຜົນປະໂຫຍດໂດຍທົ່ວໄປ ແລະ ແບບກວມລວມ.


 

    ສາມແມ່ນ ເປັນເອກະພາບກັນເຫັນດີລົງເລິກການຮ່ວມມືຍຸດທະສາດຮອບດ້ານ. ຈີນ ກັບ ລາວຈະສືບຕໍ່ຊຸກຍູ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ເຊື່ອມຕໍ່ກັບຍຸດທະສາດທີ່ຫັນລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດ. ຈີນກັບ ຫວຽດນາມຈະເພີ່ມທະວີການເຊື່ອມຕໍ່ທາງຍຸດທະສາດ, ພ້ອມທັງຊຸກຍູ້ໃຫ້ສອງປະເທດເຊື່ອມຈອດກັນໂດຍຜ່ານພື້ນຖານໂຄງລ່່າງຕ່າງໆ ເຊັ່ນ:ທາງລົດໄຟ,ທາງດ່ວນ ແລະ ດ່ານພາສີເປັນຕົ້ນ. ນອກຈາກນັ້ນ,ຈະຈັດກິດຈະກຳສະເຫຼີມສະຫຼອງໃນໂອກາດຈີນ-ຫວຽດນາມສ້າງສາຍພົວພັນທາງການທູດຄົບຮອບ 75 ປີ ກໍ່ຄື “ປີແລກປ່ຽນວັດທະນະທຳຈີນ-ຫວຽດນາມ” ໃນປີ 2025.