ທ່ານສີຈິ້ນຜິງໂອ້ລົມກັບປະທານາທິບໍດີອິນໂດເນເຊຍຜ່ານທາງໂທລະສັບ

2024-10-15 11:26:51 cri


    ຕອນບ່າຍວັນທີ 14 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໂອ້ລົມກັບທ່ານ ໂຈໂກ ວີໂດໂດ ປະທານາທິບໍດີອິນໂດເນເຊຍຜ່ານທາງໂທລະສັບຕາມການນັດໝາຍ.

   ທ່ານສີຈິ້ນຜິງກ່າວວ່າ: ທ່ານປະທານາທິບໍດີໄດ້ເດີນທາງມາຢ້ຽມຢາມຈີນ 8 ຄັ້ງໃນໄລຍະດຳລົງຕຳແໜ່ງປະທານາທິບໍດີອິນໂດເນເຊຍເປັນເວລາ 10 ປີ, ຂ້າພະເຈົ້າໄດ້ພົບປະກັບທ່ານ 12 ຄັ້ງ, ພ້ອມກັນນຳພາສອງປະເທດເລີ່ມເປີດໂສມໜ້າໃໝ່ແຫ່ງການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳ, ສ້າງສະພາບການຮ່ວມມືຍຸດທະສາດຮອບດ້ານ.

   ທ່ານສີຈິ້ນຜິງເນັ້ນໜັກວ່າ: ຈີນຍິນດີຮ່ວມກັບອິນໂດເນເຊຍຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ທີ່ມີຄຸນນະພາບສູງ, ເພື່ອເຮັດໃຫ້ການຮ່ວມມືສອງປະເທດສ້າງຜົນປະໂຫຍດໃຫ້ປະຊາຊົນສອງຊາດຫຼາຍກວ່າເກົ່າ. ຈີນຍິນດີຮ່ວມກັບອິນໂດເນເຊຍພ້ອມກັນຊຸກຍູ້ໃຫ້ປະເທດຢູ່ເຂດໂລກໃຕ້ສາມັກຄີແລະຮ່ວມມືກັນ, ປົກປັກຮັກສາຜົນປະໂຫຍດຮ່ວມຂອງປະເທດກຳລັງພັດທະນາຫຼວງຫຼາຍ, ຊຸກຍູ້ການພັດທະນາ, ຄວາມຈະເລີນຮຸ່ງເຮືອງແລະສະຖຽນລະພາບຂອງພາກພື້ນ ກໍຄືຂອງໂລກ.

   ທ່ານໂຈໂກ ວີໂດໂດກ່າວວ່າ: ຂອບໃຈນຳຈີນທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດຂອງອິນໂດເນເຊຍ, ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ກາຍເປັນແບບຢ່າງການຮ່ວມມືທີ່ສອງຝ່າຍຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”. ຂ້າພະເຈົ້າເຊື່ອໝັ້ນວ່າ: ພາຍໃຕ້ການນຳພາຂອງລັດຖະບານອິນໂດເນເຊຍຊຸດໃໝ່, ການພົວພັນລະຫວ່າງສອງປະເທດຈະສືບຕໍ່ຮັກສາທ່ວງທ່າຂະຫຍາຍຕົວທີ່ດີງາມ.