ຈີນ: ການເກາະຜິດຂອງອິດທິກຳລັງທີ່ມີເຈຕະນາຫວັງຢາກແບ່ງແຍກໄຕ້ຫວັນເປັນເອກະລາດຍ່ອມຈະຖືກຕອບໂຕ້ຄືນ

2024-10-15 16:45:06 cri

 

   ວັນທີ 14 ຕຸລານີ້, ທ່ານນາງ ເມົານິງ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມກ່ຽວກັບຄຳເວົ້າຂອງໂຄສົກກະຊວງການຕ່າງປະເທດອາເມຣິກາທີ່ແນໃສ່ການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B” ຂອງຈີນ.

   ທ່ານນາງ ເມົານີງ ຕອບວ່າ: ການແບ່ງແຍກໄຕ້ຫວັນເປັນເອກະລາດ ແລະ ສັນຕິພາບຢູ່ຊ່ອງແຄບໄຕ້ຫວັນແມ່ນຢູ່ຮ່ວມກັນບໍ່ໄດ້, ການເກາະຜິດຂອງອິດທິກຳລັງທີ່ມີເຈຕະນາຫວັງຢາກແບ່ງແຍກໄຕ້ຫວັນເປັນເອກະລາດຍ່ອມຈະຖືກຕອບໂຕ້ຄືນ. ຈີນໄດ້ສຸມກຳລັງເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນມາໂດຍຕະຫຼອດ, ປະເທດຢູ່ໃນພາກພື້ນແມ່ນໄດ້ເຫັນຕົວຈິງ. ໄຕ້ຫວັນແມ່ນເປັນພຽງສ່ວນໜຶ່ງຂອງຈີນ, ບັນຫາໄຕ້ຫວັນແມ່ນວຽກງານພາຍໃນຂອງຈີນ, ບໍ່ຍອມຮັບການແຊກແຊງໃດໆຈາກພາຍນອກ. ຖ້າຫາກວ່າອາເມຣິກາສົນໃຈຕໍ່ສັນຕິພາບ ແລະ ສະຖຽນລະພາບຢູ່ຊ່ອງແຄບໄຕ້ຫວັນ ພ້ອມດ້ວຍຄວາມຈະເລີນຮຸ່ງເຮືອງຢູ່ພາກພື້ນຢ່າງແທ້ຈິງ, ກໍຄວນຍຶດໝັ້ນຫຼັກການປະເທດຈີນດຽວ ແລະ ຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນ-ອາເມຣິກາ, ຈັດຕັ້ງປະຕິບັດຄຳໝັ້ນສັນຍາຂອງຜູ້ນຳອາເມຣິກາທີ່ບໍ່ສະໜັບສະໜູນການແບ່ງແຍກໄຕ້ຫວັນເປັນເອກະລາດຢ່າງແທ້ຈິງ, ຍຸດຕິການສົ່ງສັນຍານທີ່ຜິດພາດໃດໆໃຫ້ແກ່ອິດທິກຳລັງທີ່ມີເຈຕະນາຫວັງຢາກແບ່ງແຍກໄຕ້ຫວັນເປັນເອກະລາດ.