ເມື່ອໃດການທ້າທາຍເກາະຜິດ “ແບ່ງແຍກໄຕ້ຫວັນ” ບໍ່ຍຸດຕິລົງ, ການຕອບໂຕ້ຄືນຂອງຈີນກໍຈະບໍ່ຍຸດຕິລົງເຊັ່ນກັນ

2024-10-15 15:10:40 CRI


ວັນທີ 14 ຕຸລານີ້, ເຂດທະຫານພາກຕາເວັນອອກຂອງກອງທັບປົດປ່ອຍປະຊາຊົນຈີນໄດ້ຈັດຕັ້ງກອງທັບບົກ ກອງທັບເຮືອ ກອງທັບອາກາດ ແລະ ກອງທັບລູກສອນໄຟ, ດຳເນີນການຊ້ອມຮົບ “ດາບປະສົມ-2024 ຂ.” ຢູ່ຊ່ອງແຄບໄຕ້ຫວັນ ພາກເໜືອເກາະໄຕ້ຫວັນ ພາກໃຕ້ເກາະໄຕ້ຫວັນ ແລະ ທິດຕາເວັນອອກເກາະໄຕ້ຫວັນ, ເພື່ອທົດສອບຄວາມສາມາດສູ້ຮົບຮ່ວມຕົວຈິງຂອງກອງທັບໃນເຂດທະຫານຂອງຕົນ. ນີ້ເປັນການນາບຂູ່ຢ່າງແຂງແຮງຕໍ່ການທ້າທາຍເກາະຜິດຂອງອິດທິກຳລັງ “ແບ່ງແຍກໄຕ້ຫວັນ”, ທັງເປັນການກະທຳທີ່ເປັນທຳ ແລະ ຈຳເປັນເພື່ອປົກປັກຮັກສາອະທິປະໄຕຂອງຊາດ ແລະ ເອກະພາບຂອງຊາດ.


ຫວ່າງບໍ່ດົນມານີ້, ໄລ້ຊິ່ງເຕີ ຜູ້ນຳເຂດໄຕ້ຫວັນທີ່ເປັນ “ພວກແບ່ງແຍກໄຕຫວັນເປັນເອກະລາດ” ແລະ “ຜູ້ທຳລາຍສັນຕິພາບ” ໄດ້ປ່າວຂະຫຍາຍ “ຖ້ອຍຄຳສອງປະເທດໃໝ່” ໃຫ້ເປັນລະບົບຫຼາຍກວ່າເກົ່າ, ມີແນວຄິດເປັນປໍລະປັກຢ່າງຮຸນແຮງກວ່າເກົ່າ ແລະ ມີລັກສະນະທ້າທາຍເກາະຜິດຢ່າງຮ້າຍແຮງກວ່າເກົ່າ ໂດຍເຈຕະນາເພີ່ມຄວາມເຄັ່ງຕຶງໃຫ້ກັບສະຖານະການຂອງສອງຝັ່ງຊ່ອງແຄບ, ທຳລາຍສັນຕິພາບ ແລະ ສະຖຽນລະພາບຢູ່ຊ່ອງແຄບໄຕ້ຫວັນຢ່າງໜັກໜ່ວງ. ໄລ້ຊິ່ງເຕີທ້າທາຍເກາະຜິດໂດຍສະແຫວງຫາ “ການໃຫ້ໄຕ້ຫວັນເປັນເອກະລາດ”ກ່ອນ, ແຜ່ນດິນໃຫຍ່ຈີນຕອບໂຕ້ຕາມຫຼັງ ເຊິ່ງເປັນສິ່ງທີ່ສົມເຫດສົມຜົນ ແລະ ຖືກຕ້ອງຕາມກົດໝາຍ.


ບັນຫາໄຕ້ຫວັນເປັນແກນກາງໃນຜົນປະໂຫຍດແກນກາງຂອງຈີນ. ສັນຕິພາບ ການພັດທະນາ ການແລກປ່ຽນກັນ ແລະ ຮ່ວມມືກັນ ເປັນຄວາມປາດຖະໜາຮ່ວມກັນຂອງພີ່ນ້ອງຮ່ວມຊາດສອງຝັ່ງຊ່ອງແຄບໄຕ້ຫວັນ. ເມື່ອໃດການທ້າທາຍເກາະຜິດທີ່ “ແບ່ງແຍກໄຕ້ຫວັນ” ບໍ່ຍຸດຕິລົງ, ການເຄື່ອນໄຫວຂອງກອງທັບປົດປ່ອຍປະຊາຊົນຈີນທີ່ເດັດດ່ຽວຕອບໂຕ້ຄືນ ເພື່ອປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຈີນກໍຈະບໍ່ຢຸດຢັ້ງ.