ຈີນ: ເລັ່ງທວງໃຫ້ຟີລິບປິນຈົ່ງຍຸດຕິທຸກການກະທຳທີ່ເຮັດໃຫ້ສະຖານະການສັບສົນຂຶ້ນຕື່ມອີກ

2024-10-15 16:20:34 cri


    ວັນທີ 15 ຕຸລານີ້, ທ່ານນາງ ເມົານິງ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມກ່ຽວກັບເຮືອທາງການຟີລິບປິນໄດ້ເດີນເຮືອດ້ວຍຮູບແບບອັນຕະລາຍຢູ່ເຂດທະເລທີ່ຄຸ້ມຄອງໂດຍຈີນ.

    ທ່ານນາງ ເມົານິງກ່າວວ່າ: ອີງຕາມຂໍ້ມູນທີ່ຂ້າພະເຈົ້າໄດ້ຮູ້ມານັ້ນ, ສະພາບຕົວຈິງຄືເຮືອທາງການຟີລິບປິນໄດ້ເດີນເຮືອດ້ວຍຮູບແບບອັນຕະລາຍຢູ່ເຂດທະເລທີ່ຄຸ້ມຄອງໂດຍຈີນ, ທັງໄດ້ຕຳກັບເຮືອປະມົງຈີນທີ່ພວມເດີນເຮືອເປັນປົກກະຕິຢູ່ເຂດທະເລດັ່ງກ່າວ. ການກະທຳດັ່ງກ່າວຂອງຟີລິບປິນໄດ້ລ່ວງລ້ຳອະທິປະໄຕຂອງຈີນ ແລະ ເປັນໄພຂົ່ມຂູ່ຢ່າງຮ້າຍແຮງຕໍ່ຄວາມປອດໄພຂອງຊາວປະມົງ ແລະ ເຮືອປະມົງຂອງຈີນ. ຈີນເລັ່ງທວງໃຫ້ຟີລິບປິນຈົ່ງເຄົາລົບອະທິປະໄຕດ້ານຜືນແຜ່ນດິນ ແລະ ຜົນປະໂຫຍດທາງທະເລຂອງຈີນຢູ່ທະເລຈີນໃຕ້, ຍຸດຕິທຸກການກະທຳທີ່ເຮັດໃຫ້ສະຖານະການສັບສົນຂຶ້ນຕື່ມອີກ.