ສະຫະພາບເອີຣົບ:ອິດສະຣາແອນໂຈມຕີບຸກຄົນຮັກສາສັນຕິພາບຂອງສປຊ ໄດ້ລະເມີດກົດໝາຍສາກົນຢ່າງໜັກໜ່ວງ

2024-10-15 14:32:45 CRI

    ວັນທີ 14 ຕຸລານີ້, ລັດຖະມົນຕີກະຊວງການຕ່າງປະເທດຂອງ 27 ປະເທດສະຫະພາບເອີຣົບໄດ້ຈັດກອງປະຊຸມຢູ່ລຸກຊຳບວກໂດຍເນັ້ນໜັກວ່າ: ກອງທະຫານອິດສະຣາແອນໂຈມຕີບຸກຄົນຮັກສາສັນຕິພາບຂອງອົງການສະຫະປະຊາຊາດ ຫຼື ສປຊ ໄດ້ລະເມີດກົດໝາຍສາກົນຢ່າງໜັກໜ່ວງ,ເລື່ອງນີ້ແມ່ນຮັບບໍ່ໄດ້ແນ່ນອນ,ຕ້ອງຍຸດຕິໃນທັນທີ.



    ກອງປະຊຸມລັດຖະມົນຕີດັ່ງກ່າວ ໄດ້ກ່າວປະນາມຕໍ່ການກະທຳທີ່ໂຈມຕີກອງທະຫານຂອງອົງການສປຊ ແລະ ຮຽກຮ້ອງໃຫ້ສືບສວນເຫດການໂຈມຕີຢ່າງເຖິງຖອງ ພ້ອມທັງໃຫ້ຄຳອະທິບາຍ.