ຈີນໃຫ້ຄວາມເອົາໃຈໃສ່ໃນລະດັບສູງຕໍ່ສະຖານະການເຄັ່ງຕຶງລະຫວ່າງອິດສະຣາແອນ-ອີຣານ

2024-10-15 15:02:42 cri


   ວັນທີ 14 ຕຸລານີ້, ທ່ານ ວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ໂອ້ລົມກັບທ່ານອິດສະຣາແອນ ຄາສ໊ ລັດຖະມົນຕີກະຊວງການຕ່າງປະເທດອິດສະຣາແອນຜ່ານທາງໂທລະສັບ.

   ທ່ານວາງຢີ້ກ່າວວ່າ: ການປະທະກັນຢູ່ເຂດຕາເວັນອອກກາງໄດ້ເກີດຂຶ້ນມາເປັນເວລາດົນນານ ພ້ອມທັງຮຸນແຮງຂຶ້ນ, ປະຊາຄົມໂລກຮູ້ສຶກກັງວົນຫຼາຍຕໍ່ກັບເລື່ອງນີ້. ການປະທະກັນຢູ່ເຂດກາຊາສະແດງໃຫ້ເຫັນອີກເທື່ອໜຶ່ງວ່າ: ບັນຫາປາແລັດສະຕີນຍັງເປັນແກນກາງຂອງບັນຫາຕາເວັນອອກກາງ. ປະຊາຄົມໂລກຫວັງໃຫ້ກັບຄືນສູ່ວົງໂຄຈອນທີ່ແກ້ໄຂດ້ວຍ“ແຜນການສອງປະເທດ”ທາງການເມືອງໂດຍໄວເທົ່າທີ່ຈະໄວໄດ້, ຈົນຮອດຂັ້ນສຸດທ້າຍແມ່ນສາມາດບັນລຸໃຫ້ອິດສະຣາແອນແລະປາແລັດສະຕີນຢູ່ນຳກັນໂດຍສັນຕິ ພ້ອມທັງໃຫ້ຊົນເຜົ່າຢິວແລະອາຣັບຢູ່ຮ່ວມກັນຢ່າງປອງດອງກັນ.

   ທ່ານວາງຢີ້ກ່າວຕື່ມວ່າ: ຈີນບໍ່ມີຜົນປະໂຫຍດສ່ວນຕົວໃດໆໃນວຽກງານພາກພື້ນ ແລະບໍ່ເຄີຍເຂົ້າຮ່ວມການຍາດເອົາດິນແດນຈັກເທື່ອ. ໃນຖານະເປັນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ຈີນແມ່ນຢືນຢູ່ຂ້າງສັນຕິພາບມາໂດຍຕະຫຼອດ, ພວກເຮົາຈະສືບຕໍ່ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນຕໍ່ການຊຸກຍູ້ໃຫ້ສະຖານະການຜ່ອນຄາຍລົງ ແລະຟື້ນຟູສັນຕິພາບຢູ່ພາກພື້ນ.