ກອງທັບຈີນແລະໄທຈັດການເຝິກຊ້ອມຮ່ວມທາງບົກ “ຕະລຸມບອນ-2024”

2024-10-16 14:52:54 CRI

    ຕອນເຊົ້າວັນທີ 15 ຕຸລານີ້, ການເຝິກຊ້ອມຮ່ວມທາງບົກຈີນ-ໄທພາຍໃຕ້ລະຫັດ“ຕະລຸມບອນ-2024”ເລີ່ມຈັດຂຶ້ນຢູ່ນະຄອນຄຸນມີງ ແຂວງຢູນນານຈີນ. ນີ້ແມ່ນຈີນ ກັບ ໄທຈັດການເຝິກຊ້ອມຮ່ວມພາຍໃຕ້ລະຫັດ “ຕະ

ລຸມບອນ” ເປັນເທື່ອທີ 7.


 

    ການເຝິກຊ້ອມຮ່ວມເທື່ອນີ້ຈະປິ່ນອ້ອມຫົວຂໍ້“ການຮ່ວມເຄື່ອນໄຫວຕໍ່ຕ້ານການກໍ່ການຮ້າຍ” ດຳເນີນການເຝິກແອບຍຸດທະວິທີຕ່າງໆໂດຍແນໃສ່ຍົກສູງຄວາມສາມາດດ້ານການສູ້ຮົບຮ່ວມຂອງສອງຝ່າຍເພື່ອເພີ່ມປັດໄຈທີ່ຕັ້ງໜ້າໃຫ້ແກ່ສະຖຽນລະພາບຢູ່ພາກພື້ນຫຼາຍກວ່າເກົ່າ.