ໝາກພ້າວສົດທີ່ນຳເຂົ້າຈາກຫວຽດນາມງວດທຳອິດໂດຍຜ່ານທາງບົກຂອງຈີນຜ່ານດ່ານຢູ່ເມືອງເຮີໂຂແຂວງຢູນນານ

2024-10-16 10:40:00 CRI


    ວັນທີ 15 ຕຸລານີ້, ລົດແຊ່ເຢັນຂົນສົ່ງໝາກພ້າວສົດຫວຽດນາມຈຳນວນ 2.700 ໜ່ວຍໄດ້ຜ່ານດ່ານຢູ່ເມືອງເຮີໂຂ ແຂວງຢູນນານຈີນຢ່າງສະດວກ, ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ, ໝາກພ້າວສົດທີ່ນຳເຂົ້າຈາກຫວຽດນາມງວດທຳອິດໂດຍຜ່ານທາງບົກໄດ້ເຂົ້າສູ່ຕະຫຼາດຈີນຢູ່ເມືອງເຮີໂຂຢ່າງສຳເລັດຜົນແລ້ວ.



    ໝາກພ້າວຫວຽດນາມງວດນີ້ຖືກຂົນສົ່ງຈາກແຂວງເບນແຈຂອງຫວຽດນາມ, ມີນ້ຳໜັກ 21,6 ໂຕນ ແລະ ມີມູນຄ່າປະມານ 110,000 ຢວນ. ໝາກພ້າວສົດຫວຽດນາມງວດນີ້ຜ່ານດ່ານຢ່າງສະດວກແມ່ນຜົນງານຫຼ້າສຸດທີ່ຈີນ ກັບ ຫວຽດນາມຊຸກຍູ້ໃຫ້ຜະລິດຕະພັນກະສິກຳທີ່ມີຄຸນນະພາບສູງສົ່ງອອກເຊິ່ງກັນແລະກັນ ແລະ ລົງເລິກການຮ່ວມມືດ້ານການຄ້າ, ແມ່ນພຶດຕິກຳລະອຽດເທື່ອໜຶ່ງທີ່ເມືອງເຮີໂຂຈັດຕັ້ງປະຕິບັດຖະແຫຼງການຮ່ວມຈີນ-ຫວຽດນາມ ແລະ ສ້າງປະຊາຄົມຮ່ວມຊາຕາກຳຈີນ-ຫວຽດນາມທີ່ມີຄວາມໝາຍຍຸດທະສາດ.