ກອງນຳໜ້າຂອງກອງທັບອາເມຣິການຳເອົາອາໄຫຼ່ຂອງລະບົບຕໍ່ຕ້ານລູກສອນໄຟນຳວິຖີ “ຊາດ໊” ເດີນທາງໄປຮອດອິດສະຣາແອນ

2024-10-16 17:06:25 cri

 

    ວັນທີ 15 ຕຸລານີ້, ກະຊວງປ້ອງກັນປະເທດອາເມຣິກາໄດ້ອອກຖະແຫຼງການໂດຍລະບຸວ່າ: ກອງນຳໜ້າຂອງກອງທັບອາເມຣິການຳເອົາອາໄຫຼ່ຕົ້ນຕໍ່ຂອງລະບົບຕໍ່ຕ້ານລູກສອນໄຟນຳວິຖີ “ຊາດ໊” ເດີນທາງໄປຮອດອິດສະຣາແອນໃນວັນທີ 14 ຕຸລານີ້, ຄາດວ່າຈະເລີ່ມນຳໃຊ້ລະບົບດັ່ງກ່າວຢ່າງຮອບດ້ານໃນໄວໆນີ້.

    ໃນມື້ດຽວກັນ, ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ເຈົ້າໜ້າທີ່ລັດຖະບານຄົນສຳຄັນຂອງອິດສະຣາແອນໄດ້ບັນລຸຄວາມເປັນເອກະພາບກັນກ່ຽວກັບເນື້ອໃນສຳຄັນຕ່າງໆຂອງແຜນຕອບໂຕ້ອີຣານ.

    ເຈົ້າໜ້າທີ່ອາເມຣິກາຜູ້ສັນທັດກໍລະນີເປີດເຜີຍໃຫ້ຮູ້ວ່າ: ອິດສະຣາແອນມີແຜນໂຈມຕີອີຣານກ່ອນການເລືອກຕັ້ງປະທານາທິບໍດີອາເມຣິກາທີ່ຈະຈັດຂຶ້ນໃນວັນທີ 5 ພະຈິກໜ້ານີ້.