ທ່ານຫຼີຊຽງພົບປະເຈລະຈາກັບນາຍົກປາກິດສະຖານ

2024-10-16 16:54:25 cri

 

 

    ວັນທີ 14 ຕຸລານີ້, ທ່ານຫຼີຊຽງ ນາຍົກລັດຖະມົນຕີຈີນໄດ້ພົບປະເຈລະຈາກັບທ່ານ ມູຮຳມັດ ຊາບາສ ຊາຣີຟ ນາຍົກລັດຖະມົນຕີປາກິດສະຖານຢູ່ນະຄອນຫຼວງອິດສະລາມາບັດຂອງປາກິດສະຖານໃນໄລຍະຢ້ຽມຢາມປາກິດສະຖານ.

    ທ່ານຫຼີຊຽງ ກ່າວວ່າ: ຈີນຖືເອົາສາຍພົວພັນຈີນ-ປາກິດສະຖານເປັນບຸລິມະສິດດ້ານການທູດຂອງຕົນຢ່າງສະເໝີຕົ້ນສະເໝີປາຍ, ຍິນດີຮ່ວມກັບປາກິດສະຖານຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງຜູ້ນຳສອງປະເທດ, ເລັ່ງລັດສ້າງຄູ່ຮ່ວມຊາຕາກຳຈີນ-ປາກິດສະຖານທີ່ແໜ້ນແຟ້ນກວ່າເກົ່າໃນຍຸກໃໝ່. ຈີນຍິນດີຮ່ວມກັບປາກິດສະຖານຮັດແໜ້ນການປະສານງານຫຼາຍຝ່າຍ, ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງອາຊີ, ຮ່ວມກັນຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.

    ທ່ານ ມູຮາມັດ ຊາບາສ ຊາຣີຟ ກ່າວວ່າ: ປາກິດສະຖານຍຶດໝັ້ນຫຼັກການປະເທດຈີນດຽວ, ປາກິດສະຖານຍິນດີຮ່ວມກັບຈີນສຸມຄວາມພະຍາຍາມນຳກັນ, ລົງເລິກການຮ່ວມມືໃນບັນດາຂົງເຂດ ແລະ ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳປາກິດສະຖານ-ຈີນໃຫ້ໄດ້ຮັບຜົນງານຢ່າງອຸດົມສົມບູນ