2 ສະຖິຕິ “ຄັ້ງທຳອິດ” ໃນການຄ້າຕ່າງປະເທດຂອງຈີນໄດ້ສົ່ງສັນຍານຫຍັງແດ່?

2024-10-16 16:07:24 CRI


ຫວ່າງບໍ່ດົນມານີ້, ຈີນໄດ້ປະກາດຂໍ້ມູນຫຼ້າສຸດກ່ຽວກັບການຄ້າຕ່າງປະເທດຂອງຈີນ ໂດຍສະແດງໃຫ້ເຫັນວ່າ, ໃນ 3 ໄຕມາດຂອງປີນີ້, ຍອດມູນຄ່າການຄ້ານຳເຂົ້າ-ສົ່ງອອກສິນຄ້າປະເພດຈັບບາຍໄດ້ມີເຖິງ 32.330 ຕື້ຢວນ, ເພີ່ມຂຶ້ນ5,3%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ໃນນັ້ນການສົ່ງອອກເພີ່ມຂຶ້ນ 6,2%, ການນຳເຂົ້າເພີ່ມຂຶ້ນ 4,1%. ຫາງສຽງສາກົນຊີ້ອອກວ່າ, ພາຍໃຕ້ສະພາບການທີ່ເສດຖະກິດໂລກພວມຟື້ນໂຕ, ແລະການປົກປ້ອງການຄ້າໃນທົ່ວໂລກເພີ່ມຄວາມຮຸນແຮງຂຶ້ນ, ການຄ້າຕ່າງປະເທດຂອງຈີນກຊຍັງໄດ້ບັນລຸການເຕີບໂຕສູງກວ່າການຄາດຄະເນ ຈັ່ງແມ່ນເປັນຜົນງານທີ່ຍາດມາໄດ້ບໍ່ແມ່ນງ່າຍ.

 

ຜົນງານດັ່ງກ່າວໄດ້ມາຈາກໃສ? ເມື່ອເບິ່ງຈາກພາຍໃນແລ້ວເຫັນວ່າ, ແມ່ນໄດ້ຮັບຜົນປະໂຫຍດຈາກຕ່ອງໂສ້ການສະໜອງຂອງອຸດສາຫະກຳການຜະລິດທີ່ຄົບວົງຈອນ, ສະມັດຖະພາບເສດຖະກິດຂະໜາດໃຫຍ່ ແລະ ຄວາມກ້າວໜ້າຢ່າງວ່ອງໄວຂອງເຕັກໂນໂລຊີ, ຜະລິດຕະພັນຂອງຈີນມີກຳລັງແຂ່ງຂັນທີ່ແຂງແຮງ, ເຊິ່ງໄດ້ສະໜອງພື້ນຖານ ແລະ ສິ່ງຮັບປະກັນໃຫ້ແກ່ການບຸກເບີກຕະຫຼາດສາກົນຢ່າງບໍ່ຢຸດຢັ້ງ. ນອກນີ້, ເສດຖະກິດຈີນມີພື້ນຖານທີ່ດີ, ມີຕະຫຼາດອັນກວ້າງຂວາງ ມີຄວາມໝັ້ນໜຽວຫຼາຍ ແລະ ມີກຳລັງບົ່ມຊ້ອນອັນໃຫຍ່ຫຼວງ, ບວກກັບນະໂຍບາຍທີ່ມີຢູ່ແລ້ວ ແລະ ມາດຕະການໃໝ່ທີ່ບັງເກີດຜົນຢ່າງຕໍ່ເນື່ອງ, ປັດໄຈທີ່ຕັ້ງໜ້າໃນການພັດທະນາການຄ້າຕ່າງປະເທດຂອງຈີນພວມສະສົມເພີ່ມຂຶ້ນ.

 

ເມື່ອສັງເກດຈາກພາຍນອກແລ້ວເຫັນວ່າ, ຄວາມຕ້ອງການຂອງພາຍນອກພວມຟື້ນຟູຄືນໃໝ່ໃນໄລຍະຜ່ານມາ ເຊິ່ງໄດ້ສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ການສົ່ງອອກຂອງຈີນ. ຫຼາຍມື້ຜ່ານມາ, ໃນບົດລາຍງານຂອງອົງການການຄ້າໂລກໄດ້ປັບຂຶ້ນຕົວເລກຄາດຄະເນຕໍ່ຈັງຫວະເພີ່ມຂຶ້ນຂອງປະລິມານການຄ້າສິນຄ້າປະເພດຈັບບາຍໄດ້ໃນຕະຫຼອດປີ, ທະນາຄານໂລກ ອົງການຮ່ວມມືເສດຖະກິດ ແລະ ອົງການຈັດຕັ້ງອື່ນໆຕ່າງກໍເຫັນວ່າ ເສດຖະກິດໂລກພວມຟື້ນຟູຄວາມໝັ້ນທ່ຽງ. ພາຍໃຕ້ສະພາບນີ້, ໃນ 3 ໄຕມາດຂອງປີນີ້, ການສົ່ງອອກຂອງຈີນຕໍ່ຕະຫຼາດດັ້ງເດີມ ເຊິ່ງລວມທັງເອີຣົບ ອາເມຣິກາ ຍີ່ປຸ່ນ ແລະອື່ນໆໄດ້ເພີ່ມຂຶ້ນ 4,2%, ການສົ່ງອອກຕໍ່ຕະຫຼາດຈະເລີນໃໝ່ ເຊັ່ນ: ອາຊຽນ ແລະ ອາເມຣິກາລາຕິນເປັນຕົ້ນຕ່າງກໍເພີ່ມຂຶ້ນ 12,3% ແລະ 13,7% ຕາມລຳດັບ.