10 ປີຜ່ານມາ ຈີນແມ່ນໜຶ່ງໃນກຸ່ມເສດຖະກິດທີ່ກຳລັງປະດິດສ້າງເພີ່ມຂຶ້ນໄວກວ່າໝູ່

2024-10-16 17:19:05 cri

 

    ວັນທີ 15 ຕຸລານີ້, ທ່ານນາງ ເມົານີງ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ,ໃນຫວ່າງມໍ່ໆມານີ້, ອົງການຊັບສິນທາງປັນຍາໂລກໄດ້ປະກາດ “ບົດລາຍງານດັດຊະນີການປະດິດສ້າງໃໝ່ທົ່ວໂລກປີ2024”, ອັນດັບໃນລາຍຊື່ວ່າດ້ວຍກຳລັງປະດິດສ້າງໃໝ່ໃນທົ່ວໂລກຂອງຈີນໄດ້ເພີ່ມຈາກອັນດັບທີ 12  ຂຶ້ນເປັນອັນດັບທີ 11 ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ແມ່ນກຸ່ມເສດຖະກິດທີ່ມີລາຍໄດ້ລະດັບປານກາງພຽງກຸ່ມດຽວໃນ ຈຳນວນ 30 ກຸ່ມທີ່ຢູ່ແຖວໜ້າລາຍຊື່ຂອງອົງການຊັບສິນທາງປັນຍາໂລກ. ຂໍຖາມທ່ານໂຄສົກວ່າມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?

    ທ່ານນາງເມົານີງຕອບວ່າ: ນັບແຕ່ປະກາດ“ບົດລາຍງານດັດຊະນີການປະດິດສ້າງໃໝ່ທົ່ວໂລກ” ເທື່ອທຳອິດເມື່ອປີ 2007 ເປັນຕົ້ນມາ, ທຸກລາຍການປະດິດສ້າງຂອງຈີນໃນລາຍຊື່ດັ່ງກ່າວໄດ້ເພີ່ມລະດັບຂຶ້ນຢ່າງບໍ່ຢຸດຢັ້ງ. ອີງຕາມບົດລາຍງານປີນີ້ສະແດງໃຫ້ເຫັນວ່າ: ຈີນແມ່ນໜຶ່ງໃນກຸ່ມເສດຖະກິດທີ່ກຳລັງປະດິດສ້າງເພີ່ມຂຶ້ນໄວກວ່າໝູ່ໃນໄລຍະ 10 ປີຜ່ານມາ. ພວກເຮົາໄດ້ສ້າງສາຍພົວພັນຄູ່ຮ່ວມມືທາງວິທະຍາສາດເຕັກໂນໂລຊີກັບ 160 ກວ່າປະເທດແລະເຂດແຄວ້ນ, ພ້ອມທັງໄດ້ເຊັນສັນຍາຮ່ວມມືທາງວິທະຍາສາດເຕັກໂນໂລຊີລະຫວ່າງລັດຖະບານ 118 ສະບັບ. ສະພາບແວດລ້ອມດ້ານການປະດິດສ້າງທີ່ດີງາມແລະຊັບພະຍາກອນມະນຸດທີ່ອຸດົມສົມບູນຂອງຈີນໄດ້ດຶງດູດບໍລິສັດຂ້າມຊາດນັບມື້ນັບຫຼາຍໃຫ້ມາສ້າງຕັ້ງສູນຄົ້ນຄວ້າພັດທະນາຢູ່ຈີນ.