ຖ້ຽວບິນໜຶ່ງຂອງອິນເດຍຖືກຂົ່ມວາງລະເບີດ

2024-10-16 14:43:43 CRI

    ວັນທີ 15 ຕຸລານີ້, ບໍລິສັດຂົນສົ່ງດ່ວນຂອງບໍລິສັດການບິນອິນເດຍໄດ້ຮັບອີເມວໜຶ່ງທີ່ມີຂໍ້ຄວາມລະບຸວ່າ: ຢູ່ເທິງຖ້ຽວບິນໜຶ່ງທີ່ບິນໄປສິງກະໂປມີລະເບີດ.


    ຫຼັງຈາກໄດ້ຮັບແຈ້ງແລ້ວ,ຍົນສູ້ຮົບ F-15SG ສອງລຳຂອງກອງທັບອາກາດສິງກະໂປໄດ້ບິນຂຶ້ນຢ່າງຮີບດ່ວນ ເພື່ອປ້ອງກັນບໍ່ໃຫ້ຍົນລຳດັ່ງກ່າວບິນເຂົ້າມາເຂດທີ່ມີປະຊາກອນຫຼາຍ. ຍົນລຳດັ່ງກ່າວໄດ້ລົງຈອດຢູ່ສະໜາມບິນຊາງງິສິງກະໂປຢ່າງປອດໄພໃນຕອນຄ່ຳມື້ດຽວກັນ.


 

    ບໍລິສັດການບິນອິນເດຍແຈ້ງໃຫ້ຮູ້ວ່າ: ໃນບໍ່ເທົ່າໃດມື້ມານີ້,ບໍລິສັດຕົນ ແລະ ບໍລິສັດການບິນອື່ນໆຂອງອິນເດຍໄດ້ຮັບຂໍ້ຄວາມຂົ່ມຂູ່ຕ່າງໆ, ຈົນມາຮອດປັດຈຸບັນການຂົ່ມຂູ່ທັງໝົດແມ່ນບໍ່ເປັນຄວາມຈິງ. ບໍລິສັດການບິນອິນເດຍກຳລັງປະສານງານກັບພາກສ່ວນທີ່ກ່ຽວຂ້ອງເພື່ອຊອກຫາຜູ້ສ້າງເລື່ອງຂົ່ມຂູ່ເທື່ອນີ້.