ວັນທີ 16 ຕຸລານີ້, ກອງປະຊຸມຄັ້ງທຳອິດຂອງງານສົນທະນາສອງຝ່າຍກ່ຽວກັບບັນຫາທາງທະເລລະຫວ່າງຈີນ ກັບ ມາເລເຊຍໄດ້ຈັດຂຶ້ນຢູ່ໝູ່ເກາະລັງກາວີຂອງມາເລເຊຍ. ພາຍໃຕ້ການເປັນປະທານຮ່ວມຂອງທ່ານເຊີນສຽວຕົ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານນູຊີວານ ຫົວໜ້າຄະນະກຳມະການຄວາມໝັ້ນຄົງແຫ່ງຊາດມາເລເຊຍ ມີຜູ້ຕາງໜ້າພາກສ່ວນຮັບຜິດຊອບວຽກງານທາງທະເລຕົ້ນຕໍຂອງສອງປະເທດເຂົ້າຮ່ວມ.
ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບລະຫວ່າງຈີນ ກັບມາເລເຊຍ ລົງເລິກແລກປ່ຽນຄວາມຄິດເຫັນໂດຍປິ່ນອ້ອມສະພາບການທາງທະເລ ພ້ອມດ້ວຍບັນຫາທີ່ກ່ຽວຂ້ອງ ທັງໄດ້ແລກປ່ຽນບົດຮຽນກັນ ແລະ ມີຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບການຊຸກຍູ້ການຮ່ວມມືທາງທະເລທີ່ຕິດແທດຕົວຈິງລະຫວ່າງສອງປະເທດ.