ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ສ້າງທາງດ່ວນໃຫ້ແກ່ການພັດທະນາຂອງບັນດາປະເທດ “ພາກໃຕ້ໂລກ”

2024-10-17 10:01:19 cri

ບັນດາປະເທດ “ພາກໃຕ້ໂລກ” ຫຼື Global South ເປັນຜູ້ເຂົ້າຮ່ວມທີ່ສຳຄັນຂອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ຂໍ້ລິເລີ່ມດັ່ງກ່າວໄດ້ດຶງດູດການລົງທຶນເກືອບ 1.000 ຕື້ໂດລາ, ສ້າງໂຄງການຮ່ວມມື 3.000 ກວ່າໂຄງການ, ສະໜອງຕຳແໜ່ງງານ 420.000 ຕຳແໜ່ງທີ່ຢູ່ລຽບຕາມເສັ້ນທາງ ແລະ ຊ່ວຍຄົນຫຼຸດພົ້ນອອກຈາກຄວາມທຸກຍາກ 40 ລ້ານຄົນ. ຫຼາຍປະເທດ “ພາກໃຕ້ໂລກ” ໄດ້ບັນລຸຄວາມຝັນແຫ່ງທາງລົດໄຟ, ຄວາມຝັນແຫ່ງຂົວໃຫຍ່ ແລະ ຄວາມຝັນແຫ່ງການຫຼຸດພົ້ນອອກຈາກຄວາມທຸກຍາກຍ້ອນຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”. ອົງການພັດທະນາຂອງອົງການສະຫະປະຊາຊາດໄດ້ຢືນຢັນວ່າ ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນສ່ວນປະກອບອັນສຳຄັນຂອງການຮ່ວມມືໃຕ້ໃຕ້ໃນສະຕະວັດທີ 21.

ໃນຊຸມປີມໍ່ໆມານີ້, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງຕ່າງໆທີ່ສຳຄັນ ເຊັ່ນ: ທາງລົດໄຟຈີນ-ລາວ, ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ, ທາງລົດໄຟຈີນ-ໄທ, ທາງລົດໄຟແຄມຝັ່ງທະເລຕາເວັນອອກມາເລເຊຍ ແລະອື່ນໆ ເຊິ່ງບໍ່ພຽງແຕ່ໄດ້ສ້າງຄວາມສະດວກໃຫ້ແກ່ການສັນຈອນໄປມາຂອງປະຊາຊົນທ້ອງຖິ່ນເທົ່ານັ້ນ, ຍັງໄດ້ຊຸກຍູ່ການເຊື່ອມໂຍງເຊື່ອມຈອດກັນຂອງພາກພື້ນ ແລະ ຊ່ວຍເລັ່ງລັດການເຊື່ອມໂຍງເຂົ້າກັນຂອງເສດຖະກິດພາກພື້ນອີກດ້ວຍ.

ພາຍໃຕ້ຂອບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ທາງລົດໄຟຈີນ-ລາວທີ່ເປີດນຳໃຊ້ໃນເດືອນທັນວາປີ 2021 ໄດ້ບັນລຸ “ປະລິມານ ແລະ ຄຸນນະພາບການຂົນສົ່ງເພີ່ມຂຶ້ນໄປພ້ອມກັນ”. ອີງຕາມຂໍ້ມູນທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: ມາຮອດເດືອນກັນຍາປີ 2024, ປະລິມານການນຳເຂົ້າ-ສົ່ງອອກສິນຄ້າຜ່ານທາງລົດໄຟຈີນ-ລາວໄດ້ບັນລຸ 10 ລ້ານໂຕນ, ມູນຄ່າສິນຄ້າບັນລຸເຖິງ 40,77 ຕື້ຢວນ; ໄດ້ເປີດລົດໄຟໂດຍສານ 58.700 ຂະບວນ, ໃຫ້ບໍລິການຜູ້ໂດຍສານຫຼາຍກວ່າ 40 ລ້ານເທື່ອຄົນ. ປັດຈຸບັນ, ການຂົນສົ່ງສິນຄ້າຂອງທາງລົດໄຟຈີນ-ລາວໄດ້ປົກຄຸມ 10 ກວ່າປະເທດ ແລະ ເຂດແຄວ້ນທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊັ່ນ: ລາວ, ໄທ, ຫວຽດນາມ, ມຽນມາ ແລະອື່ນໆ, ຖານະທີ່ເປັນໃຈກາງການສັນຈອນຂອງພາກພື້ນນັບມື້ນັບພົ້ນເດັ່ນຂຶ້ນ. ທາງລົດໄຟຈີນ-ລາວໄດ້ກາຍເປັນ “ເສັ້ນທາງຄຳ” ດ້ານເສດຖະກິດການຄ້າລະຫວ່າງຈີນກັບລາວ ກໍຄືບັນດາປະເທດອາຊີຕາເວັນອອກສຽງໃຕ້ ພ້ອມທັງເປັນແບບຢ່າງໃຫ້ແກ່ການເຊື່ອມໂຍງເຊື່ອມຈອດກັນຂອງພາກພື້ນອາຊີຕາເວັນອອກສຽງໃຕ້. ສິ່ງທີ່ມີຄວາມສຳຄັນເປັນພິເສດຄື ທາງລົດໄຟສາຍນີ້ໄດ້ສ້າງພະລັງຂັບເຄື່ອນອັນສຳຄັນໃຫ້ແກ່ການບັນລຸເຄືອຂ່າຍທາງລົດໄຟທີ່ເຊື່ອມຕໍ່ທົ່ວອາຊີເປັນກ້າວໆ ແລ້ວຊຸກຍູ້ຂະບວນການເຊື່ອມໂຍງເຂົ້າກັນດ້ານເສດຖະກິດຂອງພາກພື້ນຕື່ມອີກ.

ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງເປັນທາງລົດໄຟຄວາມໄວສູງສາຍທຳອິດໃນອາຊີຕາເວັນອອກສຽງໃຕ້ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ເຕັກໂນໂລຊີ ແລະ ມາດຕະຖານຄົບຊຸດດ້ານລົດໄຟຄວາມໄວສູງຂອງຈີນກ້າວໄປສູ່ຕ່າງປະເທດຢ່າງສຳເລັດຜົນເປັນຄັ້ງທຳອິດ ແລະ ເປັນໝາກຜົນອັນສຳຄັນຂອງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຢູ່ອິນໂດເນເຊຍ. ນັບແຕ່ເປີດນຳໃຊ້ເປັນຕົ້ນມາ, ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນທ້ອງຖິ່ນ. ມາຮອດທ້າຍເດືອນກັນຍາປີ 2024, ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ໃຫ້ບໍລິການຜູ້ໂດຍສານຫຼາຍກວ່າ 5,4 ລ້ານເທື່ອຄົນ. ທາງລົດໄຟຄວາມໄວສູງສາຍນີ້ບໍ່ພຽງແຕ່ໄດ້ຍົກລະດັບການເຊື່ອມໂຍງເຊື່ອມຈອດກັນຂອງອິນໂດເນເຊຍເທົ່ານັ້ນ ຍັງໄດ້ຍົກສູງຖານະຂອງອິນໂດເນເຊຍໃນການເຊື່ອມໂຍງເຂົ້າກັນຂອງເສດຖະກິດພາກພື້ນອີກດ້ວຍ.

ນອກນີ້, ການກໍ່ສ້າງທາງລົດໄຟຈີນ-ໄທ ແລະ ທາງລົດໄຟແຄມຝັ່ງທະເລຕາເວັນອອກມາເລເຊຍກໍໄດ້ດຳເນີນໄປຢ່າງໝັ້ນທ່ຽງ. ໃນເວທີເປິກສາຫາລືສຸດຍອດຄົມມະນາຄົມແບບຍືນຍົງທົ່ວໂລກ 2024, ທ່ານ ສຸຣິຍະ ຈຶງຣຸ່ງເຣືອງກິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຄົມມະນາຄົມໄທກ່າວວ່າ: ການກໍ່ສ້າງທາງລົດໄຟຈີນ-ໄທໄລຍະໜຶ່ງ (ບາງກອກ-ໂຄລາດ) ໄດ້ສຳເລັດ 35% ແລະ ວາງແຜນຈະສຳເລັດພາຍໃນ 4 ປີຂ້າງໜ້າ, ໄລຍະສອງແມ່ນເຊື່ອມຕໍ່ລະຫວ່າງໂຄລາດກັບໜອງຄາຍ ແລະ ຄາດວ່າຈະສຳເລັດໃນປີ 2028; ສ່ວນທາງລົດໄຟແຄມຝັ່ງທະເລຕາເວັນອອກມາເລເຊຍໄດ້ເຂົ້າສູ່ໄລຍະປູລາງແລ້ວ, ມາດຮອດກາງເດືອນສິງຫາປີນີ້, ໂຄງການກໍ່ສ້າງທາງລົດໄຟດັ່ງກ່າວໄດ້ສຳເລັດຫຼາຍກວ່າ 70% ແລ້ວ.

ໃນເວທີເປິກສາຫາລືຄັງປັນຍາປະເທດ “ພາກໃຕ້ໂລກ” ພາຍໃຕ້ຫົວຂໍ້ "ສັນຕິພາບ ການພັດທະນາ ຄວາມໝັ້ນຄົງ ຮ່ວມກັນສ້າງໂລກທີ່ຈະເລີນຮຸ່ງເຮືອງທີ່ມີອະນາຄົດຮ່ວມກັນ" ທີ່ຈັດຂຶ້ນໃນວັນທີ 16 ຕຸລານີ້, ທ່ານໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາວໄດ້ໃຫ້ຄວາມເຫັນ ໂດຍອ້າງອີງສຸພາສິດລາວທີ່ວ່າ: ຄວາມສາມັກຄີເປັນບໍ່ເກີດແຫ່ງຄວາມສຳເລັດ. ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງບັນດາປະເທດ “ພາກໃຕ້ໂລກ” ກໍເປັນແບບຢ່າງທີ່ດີເດັ່ນໃນດ້ານນີ້. ກ່ອນທາງລົດໄຟຈີນ-ລາວເປີດນຳໃຊ່ໃນປີ 2021, ທາງລົດໄຟທີ່ເຊື່ອມຕໍ່ຈີນກັບບັນດາປະເທດສະມາຊິກອາຊຽນ “ເກືອບເປັນສູນ”, ແຕ່ປັດຈຸບັນໄດ້ແຕກດອກອອກຜົນໃນທົ່ວທຸກແຫ່ງຫົນແລ້ວ. ໃນອະນາຄົດ, ຈີນຈະສືບຕໍ່ປະຕິບັດຕາມຫຼັກການ “ເປິກສາຫາລືຮ່ວມກັນ, ກໍ່ສ້າງຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ”, ປັບປຸງ ແລະ ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ, ຊຸກຍູ້ການຮ່ວມມືອັນເລິກເຊິ່ງກວ່າເກົ່າກັບປະເທດ “ພາກໃຕ້ໂລກ” ທີ່ລວມທັງບັນດາປະເທດສະມາຊິກອາຊຽນ, ຊ່ວຍຊຸກຍູ້ການຫັນເປັນທັນສະໄໝຂອງບັນດາປະເທດ.