ທ່ານສີຈິ້ນຜິງຕອບຄືນຈົດໝາຍຜູ້ຕາງໜ້ານັກສຶກສາທີ່ເຂົ້າຮ່ວມແຂ່ງຂັນການປະດິດສ້າງໃໝ່ຂອງນັກສຶກສາສາກົນຈີນ

2024-10-17 17:17:00 cri

 

    ຫວ່າງມໍ່ໆມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ຕອບຄືນຈົດໝາຍຜູ້ຕາງໜ້ານັກສຶກສາທີ່ເຂົ້າຮ່ວມແຂ່ງຂັນການປະດິດສ້າງໃໝ່ຂອງນັກສຶກສາສາກົນຈີນ.

    ເນື້ອໃນຈົດໝາຍຂອງທ່ານສີຈິ້ນຜິງລະບຸວ່າ: ພວກເຈົ້າຖືເອົາການແຂ່ງຂັນເປັນເວທີ, ນຳໃຊ້ຄວາມຮູ້ທີ່ໄດ້ຮຽນຢູ່ຫ້ອງຮຽນ ແລະ ຫ້ອງທົດລອງມາແກ້ໄຂບັນຫາຕົວຈິງ, ເພີ່ມຄວາມສາມາດໃນການປະຕິບັດຕົວຈິງດ້ານປະດິດສ້າງໃໝ່, ເພີ່ມທະວີມິດຕະພາບລະຫວ່າງໄວໜຸ່ມຈີນກັບຕ່າງປະເທດທ່າມກາງການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ນີ້ແມ່ນເລື່ອງທີ່ມີຄວາມໝາຍຫຼາຍ.

    ເນື້ອໃນຈົດໝາຍຂອງທ່ານສີຈິ້ນຜິງລະບຸຕື່ມວ່າ: ການປະດິດສ້າງໃໝ່ແມ່ນແຫຼ່ງພະລັງແຫ່ງຄວາມກ້າວໜ້າຂອງມວນມະນຸດ, ໄວໜຸ່ມເປັນກຳລັງແຮງທີ່ເຂັ້ມແຂງໃນດ້ານການປະດິດສ້າງໃໝ່. ຫວັງວ່າພວກເຈົ້າຈະເສີມຂະຫຍາຍຈິດໃຈວິທະຍາສາດ, ຕັ້ງໜ້າສຸມກຳລັງເຂົ້າໃນການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ, ປະກອບສ່ວນພະລັງແຮງຂອງໄວໜຸ່ມເຂົ້າໃນການຊຸກຍູ້ການແລກປ່ຽນດ້ານວິທະຍາສາດເຕັກໂນໂລຊີລະຫວ່າງ ຈີນກັບຕ່າງປະເທດ ແລະ ຊຸກຍູ້ຄວາມກ້າວໜ້າຂອງວິທະຍາສາດເຕັກໂນໂລຊີ.