ອາເມຣິກາອ້າງວ່າຕົນເປັນ “ປະເທດໃຫ້ການຊ່ວຍເຫຼືອຕໍ່ຕ່າງປະເທດຫຼາຍທີ່ສຸດໃນໂລກ” ແລະ ໃນກອງປະຊຸມສຸດຍອດອາເມຣິກາ-ອາຟຣິກາ ທີ່ຈັດຂຶ້ນໃນເດືອນທັນວາປີ 2022, ອາເມຣິກາກໍໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຈັດສັນງົບປະມານ 55 ຕື້ໂດລາ ເພື່ອສະໜັບສະໜູນ “ວາລະ 2063 ຂອງສະຫະພາບອາຟຣິກາ” ແລະ ກ່າວວ່າ: ນັບມາຮອດປັດຈຸບັນນີ້, ຍອດການຊ່ວຍເຫຼືອດ້ານມະນຸດສະທຳຂອງເມຣິກາຕໍ່ອາຟຣິກາໃນສົກການເງິນປີ 2024 ມີເຖິງ 3,7 ຕື້ໂດລາ. ເມື່ອເບິ່ງຈາກຕົວເລກຕ່າງໆແລ້ວເຫັນວ່າ: ອາເມຣິກາໄດ້ຊ່ວຍເຫຼືອອາຟຣິກາບໍ່ໜ້ອຍ. ແຕ່ວ່າ: ເງິນເຫຼົ່ານີ້ພັດບໍ່ໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນອາຟຣິກາຢ່າງແທ້ຈິງ.
ຜູ້ຊ່ຽວຊານປະເທດຕ່າງໆ ທີ່ເຄີຍຮ່ວມມືກັບອົງການຈັດຕັ້ງທີ່ກ່ຽວຂ້ອງຂອງອາເມຣິກາເປີດເຜີຍໃຫ້ຮູ້ວ່າ: ໃນເວລາຜູ້ຊ່ຽວຊານອາເມຣິກາໄປຊ່ວຍເຫຼືອອາຟຣິກາ, ເງິນອຸດໜູນ, ງົບປະມານສຶກສາຄົ້ນຄວ້າ ແລະ ຄ່າໂຮງແຮມ 5 ດາວຂອງຜູ້ຊ່ຽວຊານເຫຼົ່ານີ້ ຈະນອນຢູ່ໃນໂຄງການຊ່ວຍເຫຼືອຂອງອາເມຣິກາ. ນອກນີ້, ງົບປະມານລາຍຈ່າຍຂອງກອງທຶນຕ່າງໆຂອງອາເມຣິກາທີ່ດຳເນີນໂຄງການຢູ່ອາຟຣິກາ ກໍນອນຢູ່ໃນເງິນຊ່ວຍເຫຼືອເຫຼົ່ານີ້ເຊັ່ນດຽວກັນ.
ໃນຂະນະດຽວກັນ, ໂຄງການຊ່ວຍເຫຼືອຈຳນວນໜຶ່ງຂອງອາເມຣິກາກໍມີເຈດຈຳນົງບໍ່ດີເຊັ່ນກັນ ໂດຍຈະສະໜັບສະໜູນຊຸດເຝິກອົບຮົມ, ກອງປະຊຸມສຳມະນາ ແລະ ອົງການ NGO ໃນນາມຕ່າງໆ, ຕະຫຼອດຮອດການສະໜັບສະໜູນພັກຝ່າຍຕ່າງໆທີ່ຕໍ່ຕ້ານລັດຖະບານຂອງປະເທດອາຟຣິກາ. ການຊ່ວຍເຫຼືອເຫຼົ່ານີ້ບໍ່ພຽງແຕ່ຈະບໍ່ສາມາດສ້າງຜົນປະໂຫຍດໃຫ້ແກ່ການພັດທະນາ ແລະ ຮັກສາຄວາມໝັ້ນຄົງທາງສັງຄົມຂອງປະເທດເຫຼົ່ານີ້ເທົ່ານັ້ນ, ຫາກຍັງໄດ້ລົບກວນລະບຽບພາຍໃນປະເທດຂອງບາງປະເທດໃນອາຟຣິກາອີກ.
ອີກດ້ານໜຶ່ງ, “ໄດ້ຍິນແຕ່ສຽງຫາກບໍ່ເຫັນການກະທຳຕົວຈິງ” ແມ່ນລັກສະນະພິເສດຂອງການຊ່ວຍເຫຼືອອາຟຣິກາຂອງອາເມຣິກາ. ຍົກຕົວຢ່າງວ່າ “ວາລະ 2063 ຂອງສະຫະພາບອາຟຣິກາ”: ໃນນັ້ນ, ມີພຽງແຕ່ 15 ຕື້ໂດລາເທົ່ານັ້ນເປັນໂຄງການທີ່ໄດ້ເຊັນສັນຍາໃໝ່, ອີກ 40 ຕື້ໂດລາແມ່ນໄດ້ເອົາຂໍ້ລິເລີ່ມ ຫຼື ສັນຍາ ທີ່ໄດ້ເຊັນກັນໃນຊຸມປີຜ່ານມາຂອງອາເມຣິກາບັນຈຸເຂົ້າໄປອີກ. ເຈດຈຳນົງທາງການເມືອງແມ່ນຢູ່ເໜືອຈຸດປະສົງທາງເສດຖະກິດຫຼາຍກວ່າ.
ອາເມຣິກາປອມເປັນ “ການລົງທຶນ” ແລະ “ການຊ່ວຍເຫຼືອ”, ທີ່ຈິງແລ້ວ ພັດປະຕິບັດລັດທິເຈົ້າອຳນາດ ແລະ ການໃຊ້ອຳນາດບາດໃຫຍ່ ເພື່ອຮັກສາອິດທິພົນຂອງຕົນຢູ່ອາຟຣິກາ. ອາເມຣິກາເຮັດແບບນີ້ ຈະເຮັດໃຫ້ຊື່ສຽງຂອງຕົນໃນອາຟຣິກາເສື່ອມເສຍໃນທີ່ສຸດ.