ຈຳ​ນວນ​ຊາວ​ຈີນ​ທີ່​ໄປ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດມີຫວັງຈະຮັກສາທ່ວງທ່າ​ເພີ່ມ​ຂຶ້ນໃນຫຼາຍປີຕໍ່ໜ້າ

2024-10-17 19:10:36 CRI


ວັນທີ 16 ຕຸລານີ້, ງານວາງສະແດງຜະລິດຕະພັນການທ່ອງທ່ຽວຕ່າງປະເທດຂອງຈີນຄັ້ງທີ 17 ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. 200 ກວ່າອົງການຈັດຕັ້ງ ເຊິ່ງລວມທັງ ພາກສ່ວນຮັບຜິດຊອບວຽກງານການທ່ອງທ່ຽວ ສະຖານທູດປະຈຳຈີນ ແລະ ບໍລິສັດທ່ອງທ່ຽວໄດ້ເຂົ້າຮ່ວມງານວາງສະແດງ ເພື່ອວາງສະແດງຜະລິດຕະພັນການທ່ອງທ່ຽວ ແລະ ແລະ ສະພາບຫຼ້າສຸດຂອງຜະລິດຕະພັນທ່ອງທ່ຽວຂອງຕົນເພື່ອໂຄສະນາຕໍ່ປະຊາຊົນຈີນທີ່ເປັນກຸ່ມເປົ້າໝາຍ.

 

ປັດຈຸບັນ, ຕະຫຼາດທ່ອງທ່ຽວຕ່າງປະເທດຂອງຈີນໄດ້ຟື້ນຟູຄືນໃໝ່ ໂດຍຈາກປະເທດໃກ້ຄຽງໄປສູ່ປະເທດທີ່ຢູ່ຫ່າງໄກ, ປະລິມານນັກທ່ອງທ່ຽວຈີນທີ່ໄປທ່ຽວປະເທດອາຊີຕາເວັນອອກສຽງໃຕ້ໄດ້ເກືອບຟື້ນຟູຄືນສູ່ລະດັບປີ 2019. ນອກນີ້, ຍ້ອນໄດ້ຮັບຜົນປະໂຫຍດຈາກນະໂຍບາຍຍົກເວັ້ນວີຊາ, ຫຼາຍປະເທດທີ່ໄດ້ຍົກເວັ້ນວີຊາຕໍ່ປະຊາຊົນຈີນກໍໄດ້ດຶງດູດນັກທ່ອງທ່ຽວຈີນຫຼາຍກວ່າເກົ່າ.

 

ໃນປີ 2023, ຈຳນວນປະຊາຊົນຈີນທີ່ໄປທ່ອງທ່ຽວຕ່າງປະເທດມີເຖິງ 101 ລ້ານເທື່ອຄົນ, ຄ່າໃຊ້ຈ່າຍໃນການທ່ອງທ່ຽວຢູ່ຕ່າງປະເທດມີເຖິງ 196,5 ຕື້ໂດລາ, ກາຍເປັນປະເທດທີ່ມີຄ່າໃຊ້ຈ່າຍສູງສຸດໃນການທ່ອງທ່ຽວສາກົນ. ໃນ 6 ເດືອນຕົ້ນປີ 2024, ຈຳນວນຊາວຈີນທີ່ໄປທ່ຽວຕ່າງປະເທດບັນລຸເຖິງ 60 ລ້ານ 7 ແສນກວ່າເທື່ອຄົນ, ເພີ່ມຂຶ້ນ 50,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ເຊິ່ງສະແດງໃຫ້ເຫັນຢ່າງເຕັມສ່ວນເຖິງ ທ່ວງທ່າທີ່ຊາວຈີນໄປທ່ອງທ່ຽວຕ່າງປະເທດຟື້ນຟູຄືນໃໝ່ຢ່າງແຂງແຮງ ແລະ ຕະຫຼາດແຫຼ່ງທີ່ມາຂອງນັກທ່ອງທ່ຽວອັນໃຫຍ່ຫຼວງໃນການທ່ອງທ່ຽວຕ່າງປະເທດ. ຄຽງຄູ່ກັບເສດຖະກິດຟື້ນຟູເຕີບໂຕ ແລະ ນະໂຍບາຍອຳນວຍສະດວກເພີ່ມຂຶ້ນ, ຕະຫຼາດທ່ອງທ່ຽວຕ່າງປະເທດຂອງຈີນຈະເປີດກວ້າງອອກຕໍ່ໄປອີກ, ແລະມີຫວັງຈະຮັກສາທ່ວງທ່າເຕີບໂຕຢ່າງຕໍ່ເນື່ອງໃນຫຼາຍປີຕໍ່ໜ້ານີ້.