ທ່ານສີຈິ້ນຜິງລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອ່ານຮຸ່ຍ

2024-10-18 15:08:58 CRI


    ຕອນບ່າຍວັນທີ 17 ຕຸລານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ໄປຮອດນະຄອນອ່ານຊີ້ງ ແລະ ນະຄອນເຮີເຟີຍ ແຂວງອ່ານຮຸ່ຍຈີນ ໂດຍໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ຮ່ອມລີ້ວສືຂອງເມືອງທົງເຊີງ ແລະ ສູນວິທະຍາສາດເຕັກໂນໂລຊີປິ່ນຮູຂອງນະຄອນອ່ານຮຸ່ຍ ເພື່ອຮັບຮູ້ສະພາບການດ້ານຕ່າງໆຂອງທ້ອງຖິ່ນ ເຊັ່ນ: ສືບທອດສົ່ງເສີມວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງປະຊາຊາດຈີນ, ເພີ່ມທະວີການສ້າງຄວາມສິວິໄລທາງດ້ານຈິດໃຈ, ຊຸກຍູ້ການປະດິດສ້າງໃໝ່ດ້ານໂຄງປະກອບ-ກົນໄກວິທະຍາສາດເຕັກໂນໂລຊີ,ເລັ່ງລັດຫັນປ່ຽນຜົນງານດ້ານວິທະຍາສາດເຕັກໂນໂລຊີໃຫ້ເປັນປະຍຸກໃຊ້ຕົວຈິງ ແລະ ອື່ນໆ.