ເຂດທະຫານພາກຕາເວັນອອກຂອງຈີນຕອບໂຕ້ກ່ຽວກັບກໍລະນີທີ່ກຳປັ່ນຮົບອາເມຣິກາແລະກຳປັ່ນຮົບການາດາເດີນເຮືອຜ່ານຊ່ອງແຄບໄຕ້ຫວັນວ່າ: ຈີນໄດ້ຕິດຕາມສອດແນມຢູ່ຕະຫຼອດເວລາ ແລະໄດ້ນຳໃຊ້ມາດຕະການຄວບຄຸມໂດຍອີງໃສ່ກົດໝາຍ

2024-10-21 15:08:24 cri

 

ພົນເຮືອຈັດຕະວາຫຼີຊີ່ ໂຄສົກເຂດທະຫານພາກຕາເວັນອອກຂອງຈີນກ່າວວ່າ: ວັນທີ 20 ຕຸລານີ້, ກຳປັ່ນຂັບໄລ່ “ຮິກກິນສ”ຂອງອາເມຣິກາ、ກຳປັ່ນປ້ອງກັນ “ແວນຄູເວີ” ຂອງການາດາໄດ້ເດີນເຮືອຜ່ານຊ່ອງແຄບໄຕ້ຫວັນແລະໄດ້ໂຄສະນາເລື່ອງນີ້ເກີນຄວາມເປັນຈິງຢ່າງເປີດແປນ.

 

ເຂດທະຫານພາກຕາເວັນອອກກອງທັບປົດປ່ອຍປະຊາຊົນຈີນໄດ້ຈັດຕັ້ງກຳລັງທະຫານເຮືອແລະທະຫານອາກາດເພື່ອຕິດຕາມສອດແນມຢູ່ຕະຫຼອດເວລາພ້ອມທັງໄດ້ນຳໃຊ້ມາດຕະການຄວບຄຸມໂດຍອີງຕາມກົດໝາຍຕໍ່ການເຄື່ອນໄຫວການເດີນເຮືອຂອງກຳປັ່ນຮົບອາເມຣິກາແລະການາດາຄັ້ງນີ້. ການກະທຳຂອງອາເມຣິກາແລະການາດາໄດ້ສ້າງຄວາມວຸ້ນວາຍ, ທຳລາຍສັນຕິພາບແລະສະຖຽນລະພາບຢູ່ຊ່ອງແຄບໄຕ້ຫວັນ. ກອງທັບຂອງເຂດທະຫານພາກຕາເວັນອອກໄດ້ຮັກສາສະຕິລະວັງຕົວໃນລະດັບສູງຢູ່ທຸກເວລາ, ເດັດດ່ຽວປົກປັກຮັກສາອະທິປະໄຕຂອງຊາດແລະສັນຕິພາບສະຖຽນລະພາບຂອງພາກພື້ນ.