ຈີນສົ່ງດາວທຽມທ່ຽນພີງເລກ 3 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ

2024-10-22 14:56:45 cri

 

ໃນເວລາ 8 ໂມງ 10 ນາທີຂອງວັນທີ 22 ຕຸລານີ້, ຈີນໄດ້ນຳໃຊ້ຈະຫຼວດສົ່ງຍານຊາງເຈິ່ງ 6 ຢູ່ສູນສົ່ງດາວທຽມໄທ້ຢວນແຂວງສ່ານຊີ່ຈີນ, ໄດ້ສົ່ງດາວທຽມທ່ຽນພີງເລກ 3 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ, ດາວທຽມໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສະດວກ, ພາລະກິດສົ່ງດາວທຽມໃນຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.

 

ດາວທຽມທ່ຽນພີງເລກ 3 ຕົ້ນຕໍແມ່ນນຳໃຊ້ເຂົ້າໃນການສະໜອງການບໍລິການໃຫ້ແກ່ການກວດຢ່າງຖືກຕ້ອງຂອງອຸປະກອນເຣດາຢູ່ພື້ນດິນແລະການວັດແທກລະບົບກວດຈັບຂອງເຣດາຫຼື RCS, ການວັດແທກສິ່ງແວດລ້ອມຢູ່ຊັ້ນບັນຍາກາດແລະອື່ນໆ.